ປະທານາທິບໍດີ ອາບການິດສຖານ ບໍ່ຍ້ອມຮັບ BSA

ປະທານາທິບໍດີ ອາບການິດສຖານ ບໍ່ຍ້ອມຮັບ BSA - ảnh 1
ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສຖານ Hamid Karzai
(ພາບ: TTXVN)


(vovworld) - ​ໃນ​ຖະ​ແຫຼ​ງການສະບັບ 1 ​ຊີ້​​ໃຫ້​ເຫັນ​ການ​ແຂງ​ກະ​ດາງ​ທີ່​ມີ​ຕໍ່​ການ​ປະຈຳການຂອງ​ກອງທັບ​ອາ​ເມ​ລິ​ກາ ​ໃນ​​ເຂດ​ແຂ້ວ​ນ​ຂອງ​ຕົນ, ທ່ານ​ປະທານາທິບໍດີ​ໃກ້​ຈະ​ໝົດ​ອາຍຸການ​ຂອງ​ອາບ​ກາ​ນິດ​ສຖານ Hamid Karzai ຢຶນຢັນ​ວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດຂອງ​ປະ​ເທດ ທ່ານສາມາດ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ​ໃນ​ບົດ​ກ່າວ​ປາ​ໄສ​ສຸດ​ທ້າຍ​ຕໍ່​ສະພາ​ແຫ່ງ​ຊາດ ​ເມື່ອ​ວັນ​ທີ 15/03, ທ່ານ​ປະທານາທິບໍດີ Karzai ຊີ້​ແຈ້ງວ່າ ບັນດາພົນ​ທະຫານອາ​ເມ​ລິ​ກາ ອາດ​ຈະ​ຖອນ​ອອກປະ​ເທດ​ນີ້​ໃນ​ທ້າຍ​ປີ 2014 ຍ້ອນ​ປະຈຸ​ບັນກອງທັບ​ຂອງ​ທ່ານ​ຄວບ​ຄຸມ​ໄດ້ 93% ຈຳ​ນວນ​ເຂດດິນ​ແດນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢ່າງ​ຄົບ​ຖ້ວນ. ທ່ານ​ປະທານາທິບໍດີ Hamid Karzai ຢືນຢັນຄືນ​ໃໝ່​ຫຼັກ​ໝັ້ນຂອງ​ຕົນ​ທີ່​ວ່າ ຈະ​ບໍ່​ລົງ​ນາມ​ໃນ​ສັນຍາ​ຄວາມ​ສະຫງົບ​ປອດ​ໄພ 2 ຝ່າຍ (BSA) ກັບ​ອາ​ເມ​ລິ​ກາ ​ເຊິ່ງຕາມ​ນັ້ນ​ແລ້ວ ຈະ​ອະນຸຍາດ​ໃຫ້​ພົນທະຫານ​ອາ​ເມ​ລິ​ກາ ຈຳນວນ​ໜຶ່ງ ສືບ​ຕໍ່​ປະຈຳການຢູ່​ອາບ​ກາ​ນິດ​ສຖານ ພາຍ​ຫຼັ​ງການ​ຖອນ​ທະຫານ​ຄັ້ງສຸດ​ທ້າຍ, ​​ເວັ້ນ​ເສຍ​ສັນຕິພາບ​ໄດ້ຮັບ​ການ​ສ້າງ​ຕັ້ງ​ໂດຍ​ທັນທີ. ທ່ານ Karzai ຢືນຢັນວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອາບ​ກາ​ນິດ​ສຖານ ​​ມີ​ຄວານເຂັ້ມ​ແຂວງຢ່າງ​ພຽງພໍ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫາກ​ບໍ່​ຕ້ອງການ​ການ​ຊ່ວຍ​ເຫຼືອ​ຂອງ​ກຳລັງ​ສາກົນ.

ຂ່າວ/ບົດ​ອື່ນ