ປະທານາທິບໍດີ ອາເມລິກາ Donald Trump ຍ້ອງຍໍຊົມເຊີຍການພົວພັນລະຫວ່າງ ອາເມລິກາ ກັບ ສປປ.ເກົາຫຼີ

(VOVWORLD) - ວໍຊີງຕັນ ພວມມີການພົວພັນ “ອັນດີງາມທີ່ສຸດ” ກັບ ພຽງຢາງ
ປະທານາທິບໍດີ ອາເມລິກາ Donald Trump ຍ້ອງຍໍຊົມເຊີຍການພົວພັນລະຫວ່າງ ອາເມລິກາ ກັບ ສປປ.ເກົາຫຼີ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un  ພາບ: THX/ TTXVN

  ວັນທີ 05 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ພາຍຫລັງເຫດການທີ່ຫາກໍ່ເກີດຂຶ້ນຫວ່າງມໍ່ໆມານີ້ ລະຫວ່າງທ່ານ ແລະ ການນຳ ສປປ.ເກົາຫຼີ Kim Jong-un ຢູ່ເຂດປອດການທະຫານ (DMZ) ລະຫວ່າງ 2 ພາກ ເກົາຫຼີ, ວໍຊີງຕັນ ພວມມີການພົວພັນ “ອັນດີງາມທີ່ສຸດ” ກັບ ພຽງຢາງ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Trump ກໍ່ເຕື້ອງເຖິງເລື່ອງເຊັນສັນຍາຢຸດຕິສົງຄາມກັບ ສປປ.ເກົາຫຼີ. ຖະແຫຼງການໃໝ່ສຸດຂອງທ່ານປະທານາທິບໍດີ Trump ກ່ຽວກັບການພົວພັນກັບ ສປປ.ເກົາຫຼີ ໄດ້ຍົກອອກມາ ພາຍຫລັງທ່ານສິ້ນສຸດການຢ້ຽມຢາມພາກພື້ນ ອາຊີ ຫວ່າງແລ້ວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ