ປະທານາທິບໍດີ ອາເມລິກາ ແລະ ປະທານປະເທດ ຈີນ ມີຄວາມຫວັງຢ່າງຕັ້ງໜ້າກ່ຽວກັບຂໍ້ຕົກລົງດ້ານການຄ້າ
(VOVWORLD) - ວັນທີ 22 ພະຈິກ, ການນຳ 2 ປະເທດ ອາເມລິກາ ແລະ ຈີນ ພ້ອມກັນເນັ້ນໜັກເຖິງຄວາມຫວັງຢາກລົງນາມໃນຂໍ້ຕົກລົງດ້ານການຄ້າເບື້ອງຕົ້ນ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ອາດຈະໄປເຖິງສົງຄາມພາສີທີ່ແກ່ຍາວມາເປັນເວລາ 16 ເດືອນທີ່ຜ່ານມາ, ເຮັດໃຫ້ການເຕີບໂຕເສດຖະກິດທົ່ວໂລກຖືກຫຼຸດລົງ.
ທ່ານ ປະທານາທິບໍດີອາເມລິກາ Donald Trump ແລະ ທ່ານ ປະທານປະເທດຈີນ ສີຈິ້ນຜິງ
(ພາບ:Bloomberg/CNBC)
|
ໃນການສະແດງຄວາມຄິດເຫັນເຫັນກ່ຽວກັບບັນດາຄວາມເຄັ່ງຕຶງດ້ານການຄ້າກັບ ວໍຊິງຕັນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ຖືວ່າ ປັກກິ່ງ ປາດຖະໜາຢາກບັນລຸໄດ້ຂໍ້ຕົກລົງດ້ານການຄ້າຊົ່ວຄາວ ຫຼື “ໄລຍະທີ່ໜຶ່ງ”, ແຕ່ຈະບໍ່ຢ້ານຖືກໂຕ້ຕອບເມື່ອຈຳເປັນ. ຖະແຫຼງການດັ່ງກ່າວໂດຍທ່ານ ປະທານປະເທດຈີນຍົກອອກທີ່ເວທີປາໄສເສດຖະກິດໃໝ່ ໂດຍກຸ່ມບໍລິສັດ Bloomberg LP ຈັດຕັ້ງ ຢູ່ນະຄອນຫຼວງ ປັກກິ່ງ.
ຫຼັງຈາກນັ້ນ 2 - 3 ຊົ່ວໂມງ, ທ່ານ ປະທານາທິບໍດີອາເມລິກາ Donald Trump ກໍ່ເວົ້າວ່າ ຂໍ້ຕົກລົງດ້ານການຄ້າກັບ ອາດຈະບັນລຸໄດ້ ໃນໄວໆນີ້.