ປະທານາທິບໍດີ ອາເມລິກາ ໄປຢ້ຽມຢາມ ຢູແກຼນ ໂດຍບັງເອີນ, ໃຫ້ຄຳໝັ້ນສັນຍາສືບຕໍ່ອຸປະຖຳດ້ານການທະຫານ

(VOVWORLD) -ນີ້ແມ່ນການເດີນທາງໄປຢ້ຽມຢາມ ຢູແກຼນ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ ອາເມລິກາ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ 2022.
ປະທານາທິບໍດີ ອາເມລິກາ ໄປຢ້ຽມຢາມ ຢູແກຼນ ໂດຍບັງເອີນ, ໃຫ້ຄຳໝັ້ນສັນຍາສືບຕໍ່ອຸປະຖຳດ້ານການທະຫານ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: Sputnik)

ວັນທີ 20 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden, ໄດ້ໄປຢ້ຽມຢາມ ຢູແກຼນ ໂດຍບັງເອີນ, ເຖິງວ່າກ່ອນໜ້ານັ້ນ ທຳນຽບຂາວປະຕິເສດຂໍ້ມູນຂ່າວດັ່ງກ່າວ. ນີ້ແມ່ນການເດີນທາງໄປຢ້ຽມຢາມ ຢູແກຼນ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ ອາເມລິກາ ນັບແຕ່ເມື່ອ ລັດເຊຍ ດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ 2022.

ທ່ານປະທານາທິບໍດີ Joe Biden ໄປຢ້ຽມຢາມນະຄອນຫຼວງ Kiev ຂອງ ຢູແກຼນ ແລະ ພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນຕອນເຊົ້າ (ຕາມເວລາທ້ອງຖິ່ນ). ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານເພື່ອຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ ຢູແກຼນ. ວັນທີ 21 ກຸມພາ, ທ່ານປະທານາທິບໍດີ Joe Biden ຈະປະກາດບ້ວງໜູນຊ່ວຍໃໝ່ລວມມີບັນດາເຄື່ອງອຸປະກອນດ້ານການທະຫານ ແລະ ທ່ານກໍ່ໃຫ້ຮູ້ວ່າ, ກໍ່ໃນອາທິດນີ້, ອາເມລິກາ ຈະປະກາດບັນດາຄຳສັ່ງລົງໂທດເພີ່ມຕື່ມສຳລັບ ລັດເຊຍ.

ພາຍຫຼັງຢ້ຽມຢາມ ຢູແກຼນ, ວັນທີ 21 ມັງກອນ, ທ່ານປະທານາທິບໍດີ Joe Biden ຈະໄປຢ້ຽມຢາມ ໂປໂລຍ ແລະ ພົບປະກັບທ່ານປະທານາທິບໍດີ ໂປໂລຍ Andrzej Duda.

ຕອບກັບ

ຂ່າວ/ບົດ​ອື່ນ