ປະ​ທາ​ນາ​ທິ​ບໍ​ດີ ຮຸງ​ກາ​ຣີ ອວຍ​ພອນ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

(VOVWORLD) -ປະທານາທິບໍດີ ຮຸງກາຣີ János Áder ໄດ້ອວຍພອນຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມທີ່ໜ້າປະທັບໃຈ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້.
ປະ​ທາ​ນາ​ທິ​ບໍ​ດີ ຮຸງ​ກາ​ຣີ ອວຍ​ພອນ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ - ảnh 1

 (ພາບ: Hồng Kỳ/Vietnam+)

        ວັນທີ 9 ກໍລະກົດ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກຖາວ ພາຍຫຼັງພິທີຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຫງວຽນຊັວນຟຸກ ທີ່ສຳນັກງານ ປະທານາທິບໍດີ ຮຸງກາຣີ ນັ້ນ, ປະທານາທິບໍດີ ຮຸງກາຣີ János Áder ຢືນຢັນວ່າ ຮຸງກາຣີ ພ້ອມແລ້ວທີ່ຈະຫນູນຊ່ວຍ ທ່ານນາງເອກອັກຄະລັດຖະທູດ ໃນອາຍຸການປະຕິບັດງານ ແລະ ທ່ານຍັງໄດ້ເຕື້ອງເຖິງບັນດາບັນຫາທີ່ສອງຝ່າຍສາມາດຮ່ວມມື ກ່ຽວຂ້ອງເຖິງສິ່ງແວດລ້ອມ, ການພັດທະນາແບບຍືນຍົງ…

    ທ່ານນາງເອກອັກຄະລັດຖະທູດ ຫງວຽນທິບິກຖາວ ຢືນຢັນວ່າ: ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ຮຸງກາຣີ ພວມພັດທະນາຢ່າງແຮງ ແລະ ສະແດງໃຫ້ເຫັນຄວາມມານະພະຍາຍາມຈະປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ພັດທະນາເລິກເຊິ່ງກ້ວາງຂວາງ ແລະ ຍົກລະດັບກ່ວາອີກໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ