(VOVWORLD) - ວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ພົບປະ ກັບທ່ານປະທານາທິບໍດີ ເຢຍລະມັນ Frank Walter Steinmeier ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງຜູ້ນຳໜ້າປະເທດ ເຢຍລະມັນ.
ທ່ານປະທານາທິບໍດີ ເຢຍລະມັນ Walter Steinmeier ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: AFP/TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ສຳນັກງານນາຍົກ, ທ່ານນາຍົກລັດຖະມົນຕີ Anwar Ibrahim ສະແດງຄວາມຊົມເຊີຍຕໍ່ເລື່ອງ ເຢຍລະມັນໄດ້ເອົາໃຈໃສ່ເຖິງການຮ່ວມມືກັບ ມາເລເຊຍ ໃນຂົງເຂດ ຊີວະນາໆພັນ, ຊີວະພາບ ແລະ ການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງໃນຕໍ່ໜ້າແມ່ນສຸມໃສ່ຂົງເຂດພະລັງງານ ແລະ ການຄຸ້ມຄອງສິ່ງເສດເຫຼືອ. ການນຳ ມາເລເຊຍ ກໍຢັ້ງຢືນວ່າ ມາເລເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ເຢຍລະມັນ ເພື່ອສະກັດກັ້ນແນວຄິດຕ້ານສາສະໜາ ອິດສະລາມ ກໍຄື ສະພາບ ມີອະຄະຕິ, ຈຳແນກການປະພຶດ ແລະ ຍຸແຫຍ່ການໃຊ້ຄວາມຮຸນແຮງ.
ສ່ວນທ່ານປະທານາທິບໍດີ ເຢຍລະມັນ Walter Steinmeier ກໍໄດ້ແບ່ງປັນທັດສະນະຂອງຕົນກ່ຽວກັບການປະທະກັນລະຫ່າງ ລັດເຊຍ - ຢູແກຼນ ແລະ ຜົນກະທົບຕໍ່ ເອີຣົບ.
ທ່ານ ປະທານາທິບໍດີ ເຢຍລະມັນ Walter Steinmeier ຢູ່ຢ້ຽມຢາມ ມາເລເຊຍ ແຕ່ວັນທີ 16 – 19 ກຸມພາ. ກ່ອນໜ້ານັ້ນ, ທ່ານ ໄດ້ໄປຢ້ຽມຢາມປະເທດ ກຳປູເຈຍ.