ສະຖານທີ່ເກີດເຫດ
(ພາບ:
EPA)
(vovworld) – ກ່າວຄຳເຫັນໂດຍກົງໃນຊ່ອງໂທລະພາບແຫ່ງຊາດໃນເວລາ 4 ໂມງຕອນເຊົ້າວັນທີ 15/7, ພາຍຫຼັງກອງປະຊຸມດ່ວນຂອງລັດຖະບານ, ທ່ານປະທານາທິບໍດີ ຝຣັ່ງ Francoise Hollande ຖະແຫຼງວ່າເຫດບຸກໂຈມຕີທີ່ຮ້າຍແຮງໃນຄ່ຳຄືນວັນທີ 14/7 ຢູ່ Nice, ພາກໃຕ້ ຝຣັ່ງ “ແມ່ນການເຄື່ອນໄຫວກໍ່ການຮ້າຍຢ່າງຈະແຈ້ງ”. ທ່ານໃຫ້ຮູ້ວ່າ: ໃນຈຳນວນ 84 ຄົນເສຍຊີວິດ ມີເດັກນ້ອຍຫຼາຍຄົນ, ນອກນັ້ນຍັງມີຫຼາຍຄົນຖືກຮັບບາດເຈັບໜັກ. ຕາມທ່ານ Hollande ແລ້ວ, ຝຣັ່ງ ຈະຕໍ່ກຳນົດເວລາຈັດວາງຄຳສັ່ງສະພາວະສຸກເສີນຕື່ມອີກ 3 ເດືອນ ແລະ ສືບຕໍ່ຮັກສາກຳລັງທະຫານ 10.000 ຄົນເພື່ອຮັບປະກັນຄວາມສະຫງົບປອດໄພພາຍຫຼັງບັນດາເຫດບຸກໂຈມຕີ. ການນຳ ຝຣັ່ງ ກໍ່ໃຫ້ຄຳໝັ້ນສັນຍາເພີ່ມທະວີການເຄື່ອນໄຫວຂອງ ຝຣັ່ງ ໃນບັ້ນຮົບຕ້ານອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ອ້າງຊື່ເອງ ຢູ່ ຊີຣີ ແລະ ອີຣັກ. ທ່ານປະທານາທິບໍດີ Hollande ຈະໄປຍັງ Nice ໃນວັນທີ 15/7 ເພື່ອຕິດຕາມສະພາບການ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈກັບປະຊາຊົນຢູ່ທີ່ນີ້. ສຳນັກຂ່າວສານ AFP ຂອງ ຝຣັ່ງ ໄດ້ຄັດສະເໜີແຫຼ່ງຂ່າວຈາກ ຕຳຫຼວດ ທ້ອງຖິ່ນ ໂດຍໃຫ້ຮູ້ວ່າ: ໃນເບື້ອງຕົ້ນ, ອົງການສືບສວນໄດ້ກວດພົບເອກະສານປະຈຳຕົວຂອງພົນລະເມືອງ ຝຣັ່ງ ເຊື້ອຊາດ Tunisia ອາຍຸ 31 ປີໃນລົດຂົນສົ່ງກໍ່ໃຫ້ເກີດເຫດບຸກໂຈມຕີທີ່ຮ້າຍແຮງດັ່ງກ່າວ.