ປະທານາທິບໍດີTrumpຖະແຫຼງເພີ່ມທະວີກຳລັງແຮງດ້ານການທະຫານເຊິ່ງຈະ “ໃຫຍ່ກວ່າໝູ່ໃນປະຫວັດສາດຂອງປະເທດອາເມລິກາ”
ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບປະກອບ: baotintuc.vn)
(vovworld) - ໃນບົດກ່າວປາໄສໃນວັນທີ 24/02, ຕໍ່ໜ້າບັນດານັກເຄື່ອນໄຫວຝ່າຍຮັກສາເດີມ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າຈະຮຽກຮ້ອງໃຫ້ມີລາຍຈ່າຍງົບປະມານຢ່າງຫຼວງຫຼາຍໃຫ້ “ໜຶ່ງໃນບັນດາການກະທຳເພີ່ມທະວີກຳລັງດ້ານການທະຫານທີ່ໃຫຍ່ກວ່າໝູ່ໃນປະຫວັດສາດຂອງປະເທດອາເມລິກາ”. ຕາມທ່ານປະທານາທິບໍດີອາເມລິກາ Donald Trump ແລ້ວ, ທ່ານຈະມຸ່ງໄປເຖິງເລື່ອງຍົກລະດັບກຳລັງປ້ອງກັນ ແລະ ບຸກໂຈມຕີຂອງກອງທັບອາເມລິກາ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ທ່ານປະທານາທິບໍດີ Donald Trump ຍັງບໍ່ທັນຍົກອອກຂໍ້ມູນຂ່າວຢ່າງລະອຽດໃດໆກ່ຽວກັບແຜນການນີ້.
ພ້ອມກັນນັ້ນ, ທ່ານປະທານາທິບໍດີ Donald Trump ສືບຕໍ່ກ່າວໂຈມຕີ ຊູແອດ, ຝລັ່ງ ແລະ ເຢຍລະມັນ, ພັນລະນາບັນດາປະເທດເອີລົບ ນີ້ທີ່ມີຫຼາຍກຳລັງທຳສົງຄາມສັກສິດຂອງສາສະໜາອິດສະລາມ.