ປະທານາທິບໍດີ ລັດເຊຍ Vladimir Putin
ພາບ:baodatviet
|
(vovworld)- ເວລາ 12 ໂມງວັນທີ 3/12 (ຕາມເວລາຂອງມົດສະກູ), ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອ່ານສານສະຫະພັນ ຕໍ່ສະພາແຫ່ງຊາດລັດເຊຍ. ສານປີນີ້ ຂອງປະທານາທິບໍດີ Putin ໄດ້ດຶງດູດຄວາມສົນໃຈຈາກຫາງສຽງສາກົນກໍຄື ປະຊາຊົນລັດເຊຍ. ສານຂອງສະຫະພັນ ມີຄວາມໝາຍອັນໃຫຍ່ຫລວງ ທັງໄດ້ຮັບຄວາມລໍຖ້າຈາກສັງຄົມລັດເຊຍ. ນັ້ນແມ່ນບັນດານະໂຍບາຍ ແລະ ການກຳນົດທິດຂອງອຳນາດການປົກຄອງ ແລະ ບັນດາຄຳສະເຫນີ ເພີ່ມເຕີມເຂົ້າໂຄງການດຳເນີນງານໃຫ້ ດູມາແຫ່ງຊາດ ລັດເຊຍ ໃນອະນາຄົດໃກ້ໆນີ້.