ທ່ານປະທານາທິບໍດີ ຊູດັງ Omar Hassan al – Bashir
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) – ວັນທີ 2/6, ທ່ານປະທານາທິບໍດີ ຊູດັງ Omar Hassan al – Bashir ໄດ້ສາບານຕົວເຂົ້າດຳລົງຕ່ຳແໜ່ງອາຍຸການ 5 ປີພາຍຫຼັງທ່ານຜູ້ນີ້ຍາດໄດ້ໄຊຊະນະໃນການເລືອກຕັ້ງເມື່ອເດືອນ 4 ຜ່ານມາ. ທ່ານ Bashir, ປະທານພັກສະພາຜູ້ແທນປະຊາຊົນ (NCP) ກຳອຳນາດ, ຍາດໄດ້ບັດສະໜັບສະໜູນ 94,5% ໃນການເລືອກຕັ້ງປະທານາທິບໍດີກ່ອນນີ້ 2 ເດືອນ. ພັກຂອງທ່ານກໍ່ຍາດໄດ້ຈຳນວນທີ່ນັ່ງຢ່າງຂາດຂັ້ນໃນການເລືອກຕັ້ງສະພາແຫ່ງຊາດ, ດ້ວຍ 323 ທີ່ນັ່ງໃນຈຳນວນ 426 ທີ່ນັ່ງຢູ່ສະພາແຫ່ງຊາດ.
ກ່ອນໜ້ານັ້ນ, ບັນດາພັກຝ່າຍຄ້ານໄດ້ປະຕິເສດການເລືອກຕັ້ງຍ້ອນຖືວ່າການເລືອກຕັ້ງນີ້ແມ່ນເພື່ອແນໃສ່ແກ່ຍາວເວລາກຳອຳນາດຂອງທ່ານປະທານາທິບໍດີ Bashir, ຜູ້ທີ່ດຳລົງຕຳ່ແໜ່ງປະທານາທິບໍດີ ເປັນເວລາກ່ວາ 25 ປີນັບແຕ່ເມື່ອຂຶ້ນກຳອຳນາດນັບແຕ່ປີ 1989 ພາຍຫຼັງກໍ່ລັດຖະປະຫານໂດຍໄດ້ຮັບການສະໜັບສະໜູນຈາກຝ່າຍ ອິດສະລາມ. ໃນບັ້ນຫາສຽງເລືອກຕັ້ງຜ່ານມາ, ທ່ານ Bashir ໄດ້ໃຫ້ຄຳໝັ້ນສັນຍາຈະປະຕິຮູບພື້ນຖານເສດຖະກິດ, ຮັກສາສະຖຽນລະພາບ.