ປະທານາທິບໍດີຊີຣີ ສະໜັບສະໜູນຄວາມ ມານະພະຍາຍາມຮັກສາ ອະທິປະໄຕ

ປະທານາທິບໍດີຊີຣີ ສະໜັບສະໜູນຄວາມ ມານະພະຍາຍາມຮັກສາ ອະທິປະໄຕ - ảnh 1

ສະພາບ​ການ​ຢູ່​ຊີຣີ

(ພາບ:thanhnien.com.vn)

(VOV)-   ວັນ​ທີ 24/12, ສຳນັກ​ຂ່າວສານ SANA ຂອງ​ຊີຣີ ​ໃຫ້​ຮູ້​ວ່າ: ​​ໃນ​ການ​ພົບ​ປະ​ກັບທ່ານທູດພິ​ເສດສາກົນ Lakhdar Brahimi ຢູ່​ນະຄອນຫຼວງ Damascus, ປະທານາທິບໍດີ​ຊີຣີ Bashar Al Assad ​ເນັ້ນໜັກ​ວ່າ​: ທ່ານ​ສະໜັບສະໜູນ​ບໍ່​ວ່າຄວາມ​ມານະ​ພະຍາຍາມ​ໃດໆ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການໃນ​ຂອບ​ເຂດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຄວາມ​ເປັນ​ເອກະລາດ​ຂອງ​ຊີຣີ ກໍ່​ຄືສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ກ່າວ​ຄຳ​ເຫັນ​ກັບ​ວົງ​ກາ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ, ທ່ານທູດພິ​ເສດສາກົນ Lakhdar Brahimi ​ໃຫ້​ຮູ້​ວ່າ: ທ່ານ ​ແລະ ປະທານາທິບໍດີ​ຊີຣີ Bashar Al Assad ​ໄດ້​​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບາດກ້າວ​ທີ່​ສາມາດປະຕິບັດ​ໄດ້​ໃນ​ອະນາຄົດ ​ແລະ ທ່ານ​ໄດ້ເຕື້ອງ​ເຖິງບັນດາ​ມາດ​ຕະການ​ສາມາດ​ຊ່ວຍ​ປະຊາຊົນ​ຊີຣີ ຫລຸດ​ພົ້ນອອກ​ຈາກ​ວິ​ກິດ​ການ​ໃນ​ປະຈຸ​ບັນ. ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກ​ດວ່າ: ສະພາບ​ການ​ຢູ່​ຊີຣີ ​ແມ່ນ​ໜ້າ​ວິຕົກ​ກັງວົນ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ ທຸກໆ​ຝ່າ​ຍສາມາດ​ກ້າວ​ໄປ​ເຖິງ​ມາດ​ຕະການ​ຊື່​ງປະຊາຊົນ​ຊີຣີ ພວມ​ລໍຖ້າ.

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ