(vovworld) - ວັນທີ 03 ກັນຍາ, ທ່ານປະທານາທິບໍດີຊົ່ວຄາວອີຍີບ Adly Mansour ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຂອງທ່ານຈະຢືດໝັ້ນປະຕິບັດແຜນການຈັດຕັ້ງການເລືອກຕັ້ງໃນປີ 2014 ແລະ ຫວັງວ່າຈະຍົກເລີກຄຳສັ່ງສະພາວະສຸກເສີນໃນທົ່ວປະເທດໃນກາງເດືອນ ກັນຍາ. ກ່າວຄຳເຫັນໃນບົດໃຫ້ສຳພາດທາງໂທລະພາບແຫ່ງຊາດຄັ້ງທຳອິດນັບແຕ່ເວລາທ່ານໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີຊົ່ວຄາວອີຍີບ, ທ່ານ Mansour ໃຫ້ຮູ້ວ່າ, ການປະຕິບັດເສັ້ນທາງຂ້າມຜ່ານ ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງຂອງລັດຖະບານອີຍີບ ໃນປະຈຸບັນ. ເມື່ອເຕື້ອງເຖິງການເລືອກຕັ້ງ ເຊິ່ງຄາດວ່າຈະດຳເນີນໄປໃນກາງປີ 2014, ທ່ານ Mansour ໃຫ້ຮູ້ວ່າ ລັດຖະບານຊົ່ວຄາວອີຍີບ ໃຫ້ຄຳໝັ້ນສັນຍາຈະປະຕິບັດແຜນການການເມືອງໃນຈຸດເວລາທີ່ເໝາະສົມ ພາຍຫຼັງການຢັງຫາງສຽງກ່ຽວກັບຮ່າງລັດຖະທຳມະນູນ. ນອກຈາກນັ້ນ, ທ່ານ Mansour ເນັ້ນໜັກວ່າ ອີຍີບ ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ໃນນັ້ນມີຄວາມຫຍຸ້ງຍາກດ້ານເສດຖະກິດ. ລັດຖະບານພວມພິຈາລະນາຄືນບາງແຜນການຟື້ນຟູເສດຖະກິດ, ເຊິ່ງຖືກເສຍຫາຍຢ່າງໜັກໜ່ວງ ພາຍຫຼັງເກີດສະພາບຂາດສະຖຽນລະພາບດ້ານການເມືອງໃນໄລຍະມໍ່ໆມານີ້.