ປະທານາທິບໍດີຕວກກີຮອງຮັບໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງຄະນະລັດຖະບານ

ປະທານາທິບໍດີຕວກກີຮອງຮັບໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຂອງຄະນະລັດຖະບານ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Tayyip Erdogan
(ພາບ: Reuters)

(vovworld) – ​​​​ວັນ​ທີ 9/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Tayyip Erdogan ໄດ້​ຮອງ​ຮັບ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຄະ​ນະ​ລັດ​ຖະ​ບານ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ahmet Davutoglu ນຳ​ໜ້າ​ພາຍຫຼັງ​ພັກ​ຍຸ​ຕິ​ທຳ ແລະ ພັດ​ທະ​ນາ (AKP) ກຳ​ອຳ​ນາດ​ເສຍ​ທີ່​ນັ່ງສ່ວນຫຼາຍ​ໃນ​ສະ​ພາ​ແຫ່​ງ​ຊາດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຢູ່​ປະ​ເທດ​ນີ້​ໃນ​ອາ​ທິດ​ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ໄດ້​ສະ​ເໜີ​ໃຫ​້​ຄະ​ນະ​ລັດ​ຖະ​ບານ​ປະ​ຈຸ​ບັນ​ສືບ​ຕໍ່​ເຮັດ​ວຽກ​ຮອດ​ຍາມ​ໃດ​ລັດ​ຖະ​ບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ. ຕາມ​ການ​ປະ​ກາດ​ຂອງ​ຫ​້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ ຕວກ​ກີ ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Davutoglu ໄດ້​ມີ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເປັນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ຢູ່​ເຮືອນ​ສ່ວນ​ຕົວ​​ທີ່​ນະ​ຄອນຫຼວງ Ankara ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວກ​ັບ​ອະ​ນາ​ຄົດ​ຂອງ​ລັດ​ຖະ​ບານ​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ວົງ​ການ​ນັກ​ໄຈ​້​ແຍກ​ຕີ​ລາ​ຄາ​ວ່າ: ຂໍ້​ຕົກ​ລົງ​ລາ​ອອກ​ຈາ​ກ​ຕຳ​ແໜ່ງ​ຂອງ​ຄະ​ນະ​ລັດ​ຖະ​ບານ ຕວກ​ກີ ແມ​່ນ​ການ​ກະ​ທຳ​ມີ​ລັກ​ສະ​ນະ​​ເປັນ​ລະ​ບຽບ​ການ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ, ບໍ່​ທັນ​ຮູ້​ວ່າທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Davutoglu ຈະ​ເຂົ້າ​ຮ່ວມ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ພັກ​ຝ່າຍ​ຄ້າ​ນຢູ່ ຕວກ​ກີ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່ຫຼືບໍ່?.

 


ຂ່າວ/ບົດ​ອື່ນ