ປະທານາທິບໍດີປາແລດສະຕີນພົບປະກັບຫົວໜ້າHamas
ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas (ເບື້ອງຂວາ)
(ພາບ: AFP)
(vovworld) – ວັນທີ 5/5, ທ່ານປະທານາທິບໍດີ ປາແລດສະຕີນ Mahmud Abbas ໄດ້ມີການພົບປະກັບຫົວໜ້າຂະບວນການອິດສະລາມ Hamas Khaled Meshaal ຢູ່ນະຄອນຫຼວງ Doha ຂອງ Qatar. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳ 2 ຂະບວນການປໍລະປັກກັນຢູ່ ປາແລກສະຕີນ ນັບແຕ່ເມື່ອ 2 ຝ່າຍເຊັນຂໍ້ຕົກລົງໄກ່ເກຍໂດຍບັງເອີນໃນເດືອນກ່ອນ. ການພົບປະໄດ້ດຳເນີນໄປພາຍຫຼັງທ່ານປະທານາທິບໍດີ Abbas ມີການພົບປະກັບພະບາດສົມເດັດພະເຈົ້າມະຫາຊີວິດ Qatar Sheikh Tamim bin Hamad Al – Thani. ທີ່ການພົບປະ, 2 ຝ່າຍລ້ວນແຕ່ສະແດງເຈດຕະນາດີເພື່ອພ້ອມກັນບັນລຸໄດ້ບາດກ້າວໃໝ່ ໂດຍອີງໃສ່ການພົວພັນຄູ່ຮ່ວມມື. ການນຳ 2 ຝ່າຍໄດ້ປຶກສາຫາລືບັນດາການຜັນແປໃໝ່ມໍ່ໆນີ້ຢູ່ ປາແລດສະຕີນ, ເຊິ່ງລວມມີຂໍ້ຕົກລົງໄກ່ເກຍລະຫວ່າງ 2 ຝ່າຍ Fatah ແລະ Hamas ກໍ່ຄືການສ້າງສະພາບແວດລ້ອມທີ່ຕັ້ງໜ້າເພື່ອປະຕິບັດຂໍ້ຕົກລົງນັ້ນ.