ປະທານາທິບໍດີຝລັ່ງຢ້ຽມຢາມລັດເຊຍໂດຍບັງເອີນ

ປະທານາທິບໍດີຝລັ່ງຢ້ຽມຢາມລັດເຊຍໂດຍບັງເອີນ - ảnh 1

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francoi Hollande ແລະ
ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍ V. Putin
ພາບ​:Getty Images

(vovworld)-​ ວັນ​ທີ 6/12, ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francoi Hollande ໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແຫນ່ງ​ລັດ​ເຊຍ V. Putin ເມື່ອ​ການ​ນຳ​ຝ​ລັ່ງ ເດີນ​ທາງ​ເຖິງ ມົດ​ສະ​ກູ ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງບັນ​ຫາ ຢູ​ແກຼນ ຫລຸດ​ຜ່ອນ​ລົງ. ການ​ພົບ​ປະ​ດຳ​ເນີນ​ຢູ່​ສະ​ຫນາມ​ບິນ Vnukovo ໃກ້​ກັບ​ນະ​ຄອນ​ຫລວງ ມົດ​ສະ​ກູ. ກ່ອນ​ທີ່​ປຶກ​ສາ​ຫາ​ລື​ລັ​ບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ໄດ້​ເວົ້າ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ວ່າ: ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້​ສອງ​ຝ່າຍ​ກຳ​ໄດ້​ກາ​ລະ​ໂອ​ກາດ​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ. ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ ຝ​ລັ່ງ ອາດ​ຈະ​ປະ​ກອບ​ສ່ວນ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ຫລາຍ​ບັນ​ຫາ. ທີ່​ການ​ພົບ​ປະ, ການ​ນຳ​ສອງ​ທ່ານ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ ພາ​ຍ​ຫລັງ ຝ​ລັ່ງ​ປະ​ຕິ​ເສດມອບ​ກຳ​ປັ່​ນ​ຮົບ​ທັນ​ສະ​ໄຫມ​ໃຫ້​ແກ່​ທະ​ຫານ​ເຮືອ ລັດ​ເຊຍ ຕາມ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 2011.

 

 

 

 

ຂ່າວ/ບົດ​ອື່ນ