ປະທານາທິບໍດີຝະລັ່ງ Francois Hollande ອວຍພອນປີໃໝ່ມະເສງ

ປະທານາທິບໍດີຝະລັ່ງ Francois Hollande ອວຍພອນປີໃໝ່ມະເສງ - ảnh 1

ນັກ​ຂ່າວ VOV ສຳພາດປະ​ທາ​ນາ​ທິບໍດີຝະລັ່ງ

(ພາບ:vov.vn)

(vovworld) – ​​​​ວັນ​ທີ 18/2, ວັງ Elysees ຂອງ​ຝະລັ່ງ ​ໄດ້​ຈັດ​ພິມີ​ຂ່ຳນັບ​ຊົມ​ເຊີຍ​ບຸນ​ເຕັດ​ອາຊີ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາຊີ ຢູ່ຝະລັ່ງ, ຊາວ​ຝະລັ່ງ ​ເຊື້ອ​ຊາດ​ອາຊີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ນັ້ນມີ​ຊາວ​ຫວຽດນາມອາ​ໄສ​ຢູ່​ຝະລັ່ງ, ຊາວ​ຝະລັ່ງ ​ເຊື້ອ​ຊາດ​ຫວຽດນາມ, ຜູ້ຕາງໜ້າ​ສະມາຄົມຊາວຫວຽດນາມ ຢູ່​ຝະລັ່ງ, ສະມາຄົມ​ນັກທຸລະກິດ, ນັກ​ສຶກສາ, ຊາວ​ໜຸ່ມ​ຫວຽດນາມ ປະຈຳ​ຝະລັ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ປະ​ທາ​ນາ​ທິບໍດີຝະລັ່ງ Francois Hollande ​ຫວັງ​ວ່າ​ໃນ​ປີ​ໃໝ່​ມະ​ເສງ, ປະຊາ​ຄົມ​ອາຊີ ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່, ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຝະລັ່ງ ກັບ​ບັນດາ​ປະ​ເທດ​ອາຊີ, ​ໃນ​ນັ້ນມີ​ຫວຽດນາມ. ປະ​ທາ​ນາ​ທິບໍດີຝະລັ່ງ Francois Hollande ​ໃຫ້​ຮູ້​ວ່າ: ​ໃນ​ປີ​ແຫ່ງ​ການ​ພົບ​ປະ​ແລກປ່ຽນ 2013-2014, ຫວຽດນາມ ​ແລະ ຝະລັ່ງ ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ:

   “​ໃນ​ປີໜ້າ, ຂ້າພະ​ເຈົ້າຈະ​​ໄປຢ້ຽມຢາມ​ຫວຽດນາມ. ລັດຖະບານ​ຝະລັ່ງ ຈະພ້ອມ​ກັບ​ລັດຖະບານ​ຫວຽດນາມ ຮ່ວມ​ມື​ກັນເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ວັດທະນະທຳ, ​ເສດຖະກິດ ​ແລະ ​ແລກປ່ຽນ​ນັກ​ສຶກສາ.

 

ຂ່າວ/ບົດ​ອື່ນ