ປະທານາທິບໍດີຟີລິບປິນມີຄວາມປອດໄພພາຍຫຼັງເຫດລະເບີດຢູ່Davao

ປະທານາທິບໍດີຟີລິບປິນມີຄວາມປອດໄພພາຍຫຼັງເຫດລະເບີດຢູ່Davao - ảnh 1

ປະທານາທິບໍດີ ຟີ​ລິບ​ປິນ Rodrigo Duterte ໂອ້ລົມກັບພີ່ນ້ອງຜູ້ຮັບບາດເຈັບ
(ພາບ: thanhnien.vn/)

(vovworld) – ທ່ານ Paolo Duterte, ຮອງ​​ເຈົ້າ​ຄອງ​ນະຄອນ Davao ​ໃຫ້​ຮູ້​ວ່າ: ພໍ່​ຂອງ​ທ່ານ​ແມ່ນ​ປະທານາທິບໍດີ ຟີ​ລິບ​ປິນ Rodrigo Duterte, ກໍ່​ມີ​ໜ້າ​ຢູ່​ນະຄອນ Davao ທາງ​ພາກ​ໃຕ້​ໃນ​ຈຸດ​ເວລາ​ເກີດ​ການລະ​ເບ​ີດ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສ​ຍຊີວິດ​ ​ໃນ​ວັນ​ທີ 2/9. ຕາມ​ທ່ານ Paolo Duterte ​ແລ້ວ, ທ່ານ​ປະທານາທິບໍດີ Duterte ຍັງມີ​ຄວາມ​ປອດ​ໄພ ​ແລະ ຢູ່​ໃນ​ປ້ອມ​ຕຳຫຼວດ​ແຫ່ງ​ໜຶ່ງ​ພາຍຫຼັງ​​ເກີດ​ເຫດລະ​ເບີດ.

        ກ່ອນ​ໜ້າ​ນັ້ນ, ​ເມື່ອ​ຕອບ​ສຳ​ພາດ​ໃນ​ຊ່ອງ CNN ຟີ​ລິບ​ປິນ, ທ່ານ Ernesto Abella, ​ໂຄສົກ​ຂອງ​ທ່ານ​ປະທານາທິບໍດີ Rodrigo Duterte, ​ເວົ້າ​ວ່າມີ 10 ຄົນ​ເສຍ​ຊີວິ​ດ ​ແລະ 60 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ກອງທັບ ຟີ​ລິບ​ປິນ ​ໃຫ້​ຮູ້​ວ່າ: ​ເຫ​ດລະ​ເບີດ​ເກີດ​ຂຶ້ນ​ຢູ່​ຕະຫຼາດ​ແຫ່ງ​ໜຶ່ງ​ຕາມ​ທ້ອງ​ຖະໜົນຢູ່​ນອກ​ໂຮງ​ແຮມ​ Marco Polo.


ຂ່າວ/ບົດ​ອື່ນ