ປະທານາທິບໍດີຟີລິບປິນຢ້ຽມຢາມຈີນ

ປະທານາທິບໍດີຟີລິບປິນຢ້ຽມຢາມຈີນ - ảnh 1
ທ່ານປະທານາທິບໍດີ ​ຟີ​ລິບ​ປິນ Rodrigo Duterte 

(vovworld) - ຕອນ​ຄຳ່​ວັນ​ທີ 18/10, ປະທານາທິບໍດີ ​ຟີ​ລິບ​ປິນ Rodrigo Duterte ​ໄດ້​​ເດີນທາງໄປ​ ປັກ​ກິ​ງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ຈີນ ​ເປັນ​ເວລາ 4 ວັນ. ກ່າວ​ຄວາມ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ກ່ອນ​ທີ່​ທ່ານ​ Duterte ມາ​ຢ້ຽມຢາມ​ ຈີນ, ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ ຈີນ ຫວາງ​ອິ້ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ລັກສະນະ​ປະຫວັດສາດ, ​ແລະ​ຈະ​ກາຍ​ເປັນ​ຈຸດ​ເລີ່​ມຕົ້ນ ​ເພື່ອ​ໃຫ້ການ​ພົວພັນ​ດ້ານ​ການ​ທູດ​ສອງ​ຝ່າຍ​ກັບ​ຄືນ​ສູ່​ການ​ເຈລະຈາ. ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ ຟີ​ລິບ​ປິນ ດຳ​ເນີນ​​ໄປ​ໃນ​ສະພາບ​​ທີ່​ສາຍ​ພົວພັນ​ລະຫວ່າງ ຈີນ - ຟີ​ລິບ​ປິນ ຊົ່ວ​ຮ້າຍ​ລົງ, ພາຍຫຼັງ​ ​ເຫດ​ຮ້ອງ​ຟ້ອງ​ລະຫວ່າງ ຟີ​ລິບ​ປິນ ​ແລະ ຈີນ ທີ່ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ.

        ຕາມ​ແຜນການ​ແລ້ວ, ປະທານາທິບໍດີ Duterte ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ສື​ຈິນຜິ​ງ, ທ່ານ​ນາຍົກລັດຖະມົນຕີ ຈີນ​ຫຼີ​ເຄີ​ຊຽງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຈີນ  ຈາງ​ຕີ​ຈຽງ. ກ່າວ​ຄວາມ​ເຫັນ​ກ່ອນ​ການ​ຢ້ຽມຢາມ ຈີນ, ປະທານາທິບໍດີ Duterte ​ໃຫ້​ຮູ້​ວ່າ, ທ່ານ​ຄາດ​ວ່າ​ຈະ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ, ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ