ປະທານາທິບໍດີຢູແກຼນຮຽກຮ້ອງຈັດຕັ້ງການເລືອກຕັ້ງໃຫມ່ຢູ່ພາກຕາເວັນອອກ

ປະທານາທິບໍດີຢູແກຼນຮຽກຮ້ອງຈັດຕັ້ງການເລືອກຕັ້ງໃຫມ່ຢູ່ພາກຕາເວັນອອກ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Pososhenko
ພາບ:TTXVN

(vovworld)-​ ວັນ​ທີ 4/11, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Pososhenko ໄດ້​ຮຽກ​ຮ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ ຕາມ​ກົດ​ໝາຍ​ຂອງ​ຢູ​ແກຼນ ທີ​ບັນ​ດາ​ເຂດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ດ່ວນ​ຂອງ​ສະ​ພາ​ປ້ອ​ງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ຢູ​ແກຼນ, ທ່ານ Petro Pososhenko ເວົ້າ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ພ້ອມ​ແລ້ວ​ກຳ​ນົດ​ຈະ​ແຈ້ງ​ບັນ​ດາ​ເຂດ ຊື່ງ​ແມ່ນ​ບ່ອນ​ທີ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ຕາມ​ກົດ​ໝາຍ​ຂອງ ຢູ​ແກຼນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Petro Pososhenko ກ່າວ​ເຕືອນ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ໄດ້​ລະ​ເມີດ​ສັນ​ຍາ​ຢຸດ​ຍິງ​ຊື່ງ​ໄດ້​ລົງ​ນາມ​ຢູ່​ນະ​ຄອນ​ຫລວງ Minsk, Belarus.

ສ່ວນ​ທ່ານ Alexander Zakharchenko, ຜູ້​ຮັບ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ ໄດ້​ສາ​ບານ​ຕົວ​​ເຂົ້າ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ຜູ້​ນຳ​ຫນ້າ ສ.ປ Donetsk ຂະ​ຫນານ​ນາມ​ເອງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສາ​ບານ​ຕົວເຂົ້າ​ດຳ​ລົງ​ຕຳ​ແຫນ່ງເມື່ອ​ວັນ​ທີ 4/11, ທ່ານ Alexander Zakharchenko ໝັ້​ນ​ໝາຍ​ຈະ​ຮັບ​ໃຊ້​ປະ​ຊາ​ຊົນ Donetsk ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​.

ຂ່າວ/ບົດ​ອື່ນ