ປະທານາທິບໍດີຢູແກຼນໃຫ້ຄຳໝັ້ນສັນຍາຈະຢຸດຍິງພຽງລຳພັງຝ່າຍດຽວ

ປະທານາທິບໍດີຢູແກຼນໃຫ້ຄຳໝັ້ນສັນຍາຈະຢຸດຍິງພຽງລຳພັງຝ່າຍດຽວ - ảnh 1
ທ່ານປະທານາທິບໍດີ Petro Poroshenko ເປັນປະທານກອງປະຊຸມສະພາປ້ອງກັນຄວາມສະຫງົບ ຢູແກຼນ
(ພາບ: AFP
)

(vovworld) – ຢູແກຼນ ຈະຢຸດຕິການເຄື່ອນໄຫວການທະຫານຢູ່ພາກຕາເວັນອອກ ຂອງປະເທດນີ້ ພຽງລຳພັງຝ່າຍດຽວ ເພື່ອສ້າງກາລະໂອກາດໃຫ້ບັນດາກຳລັງປະກອບ ອາວຸດຜິດກົດໝາຍປະລະອາວຸດ ແລະ ຖອນອອກຈາກປະເທດ. ນີ້ແມ່ນຖະແຫຼງ ການຂອງທ່ານປະທານາທິບໍດີ Petro Poroshenko ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ ຢູ​ແກຼນ ​ໃນ​ວັນ​ທີ 18/6.

        ທ່ານ Poroshenko ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ອອກ​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ໄລ​ຍະ​ສັ້ນ, ​ໃນ​ໄລຍະ​ນັ້ນ​ທຸກໆ​ກຳລັງ​ປະກອບ​ອາວຸດ​ຢ່າງ​ຜິດ​ກົດໝາຍ​ຕ້ອງ​ປະລະ​ອາວຸດ ​ແລະ ສ້າ​ງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ພາກ​ພື້ນ. ທ່ານ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ອະ​ໄພ​ຍະ​ໂທດ​ໃຫ້​ບຸກຄົນ​ປະລະ​ອາວຸດ​ ​ແລະ ບຸກຄົນ​ບໍ່​ມີ​ການ​ກະທຳ​ຜິດ​ທີ່ຮ້າຍ​ແຮງ, ພ້ອມ​ທັງ​ຈະ​ມີ​ນະ​ໂຍບາຍ​ມະ​ນຸດ​ສະ​ທຳ​ໃຫ້​ມື​ປືນຊາວ​ຕ່າງປະ​ເທດ​ທັງ​ໝົດທີ່​ຢາກ​ຖອນ​ອອກ​ຈາກ ຢູ​ແກຼນ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 17/6, ທ່ານ Poroshenko ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ບຸລິມະສິດ​ມຸ່ງ​ໄປ​ເຖິງ​ການ​ຢຸດ​ຍິງ​ຢ່າງ​ສົມບູນ ກໍ່​ຄື​ບັນດາ​ມາດ​ຕະການ​ຄວບ​ຄຸມ​ການປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ.

 


ຂ່າວ/ບົດ​ອື່ນ