ປະທານາທິບໍດີລັດເຊຍ ຢ້ຽມຢາມຕວກກີ


ປະທານາທິບໍດີລັດເຊຍ ຢ້ຽມຢາມຕວກກີ - ảnh 1

(ພາບ: AFP/TTXVN)

(vovworld)– ​ ວັນ​ທີ 1/12, ທ່ານປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ເດີ​ນທາງ​ມາ​ຮອດ​ນະຄອນຫຼວງ Ankara ​ເລີ່​ມຕົ້ນການ​ຢ້ຽມຢາມ​ຕວກກີ ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ທິດ​ທາງ​ໃໝ່​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ V.Putin ​ແລະ ທ່ານ​ປະທານ​າທິບໍດີ​ປະ​ເທດ​ເຈົ້າພາບ Recep Tayyip Erdogan ດຳ​ເນີນ​ການ​ພົບ​ປະເຈລະ​ຈາ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັຍ​ສອງ​ຝ່າຍ. ການ​ຮ່ວມ​ມື​ດ້ານ​ພະລັງ ງານ ​ແລະ ບັນດາ​ບັນຫາ​ການ​ທູດ​ໃຫ່ຍ​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ການ​ເຈລະຈາ​ຄັ້ງນີ້. ນີ້​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ການ​ນຳ​ສອງ​ປະ​ເທດ​ລັດ​ເຊຍ ​ແລະ ຕວກກີ ດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ນັບ​ແຕ່​ທ່ານ Erdogan ກາຍ​ເປັນ​ປະທານາທິບໍດີ​ເມື່ອ​ເດືອນ 8/2014 ຜ່ານ​ມາ ​ແລະ ທ່ານ V.Putin ກັບ​ຄືນ​ສູ່​ວັງ Kremli ​ເມື່ອ​ປີ 2012. ນອກຈາກ​ນັ້ນ​ແລ້ວ, ປະມຸກ​ລັດ​ສອງ​ທ່ານ​ຈະ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງທີ 5 ສະພາ​ຮ່ວມ​ມື​ຂັ້ນສູງ​ຕວກກີ-​ລັດ​ເຊຍ. ສອງ​ຝ່າ​ຍຈະ​ຊອກ​ຫາ​ວິທີ​ເພື່ອ​ໃຫ້​ຕວກກີ ​ເພີ່ມ​ຂອບ​ຂະໜາດ ​ແລະ ປະລິມານ​ສະບຽງ​ອາຫານ​ສົ່ງ​​ໄປ​ຂາຍ​ຢູ່​ລັດ​ເຊຍ ພາຍ​ລັງ​ທີ່​ມົດ​ສະ​ກູ ຕົກລົງ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ແກ້​ແຄ້ນ​ບັນດາ​ປະ​ເທດ​ຂຶ້ນ​ກັບ​ສະຫະພາບ​ເອີ​ລົບ ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຢູ​ແກຼນ./.

ຂ່າວ/ບົດ​ອື່ນ