ປະທານາທິບໍດີລັດເຊຍຊົມເຊີຍການຮ່ວມມືຂອງອາເມລິກາ

ປະທານາທິບໍດີລັດເຊຍຊົມເຊີຍການຮ່ວມມືຂອງອາເມລິກາ - ảnh 1
ປະທານາທິບໍດີລັດເຊຍຊົມເຊີຍການຮ່ວມມືຂອງອາເມລິກາ
(​ພາບ: Reuters)

(vovworld) - ວັນ​ທີ 24/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladinir Putin ໄດ​້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ​ທີ່ພວມ​ຢ້ຽມ​ຢາມ​ມົດ​ສະ​ກູ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຖື​ວ່າ, ມົດ​ສະ​ກູ ແລະ ວໍ​ຊິງ​ຕັນ ພວມ​ສາ​ມາດ​ຊອ​ກ​ຫາ​ໄດ້​ບັນ​ດາ​ຈຸດ​ຄ​້າຍ​ຄື​ກັນ​ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ 2 ຝ່າຍ ແລະ ສາ​ກົນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ເນັ້ນ​ໜັກ​ວ່າ, ຝ່າຍ​ລັດ​ເຊຍ ຊົມ​ເຊີຍ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ທ່ານ Kerry ຍ້ອນ​ບັນ​ດາ​ການ​ພົບ​ປະ​ຄື​ແນ​ວ​ນັ້ນ ໄດ້​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ແກ້​ໄຂ​ຫຼາຍ​ບັນ​ຫາ​ສຳ​ຄັນ.

        ສ່ວນ​ທ່ານ John Kerry ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໃນ​ບັນ​ຫາ​ຊີ​ຣີ ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ຢ່າງ​ເຂັ້ມ​ງວດ ແລະ ປັບ​ປຸງ​ສະ​ພາບ​ການ​ຂອງ​ປະ​ຊາ​ຊົນ​ປະ​ເທດຕາ​ເວັນ​ອອກ​ກາງນີ້.

ຂ່າວ/ບົດ​ອື່ນ