ປະທານາທິບໍດີລັດເຊຍຢືນຢັນກອງທັບຊີຣີບໍ່ນຳໃຊ້ອາວຸດເຄມີ

(VOVWORLD) -ວັນທີ 30 ພຶດສະພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປະຕິເສດບໍ່ວ່າຂໍ້ມູນຂ່າວໃດໆທີ່ຖືກຖືວ່າ ກຳລັງຂອງປະທານາທິບໍດີຊີຣີ Bashar al Assad ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີດ້ວຍອາວຸດເຄມີ ເຮັດໃຫ້ນັບສິບຄົນຖືກເສຍຊີວິດ ຢູ່ແຂວງ Idlib, ປະເທດຊີຣີ ເມື່ອເດືອນເມສາ.

ປະທານາທິບໍດີລັດເຊຍຢືນຢັນກອງທັບຊີຣີບໍ່ນຳໃຊ້ອາວຸດເຄມີ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin 

(ພາບ: EPA/TTXVN)

ໃນການຕອບສຳພາດຕໍ່ນັກຂ່າວໜັງສືພິມລາຍວັນ Le Figaro, ທ່ານ Putin ຊີ້ແຈ້ງວ່າ “ຕາມຂໍ້ມູນຂ່າວຂອງພວກຂ້າພະເຈົ້າແລ້ວ, ບໍ່ມີພະຍານຫຼັກຖານຊີ້ໃຫ້ເຫັນວ່າທ່ານ Assad ນຳໃຊ້ອາວຸດເຄມີ.” ຄຽງຂ້າງນັ້ນ, ທ່ານ Putin ໃຫ້ຮູ້ວ່າ, ທ່ານໄດ້ສະເໜີດຳເນີນການສືບສວນສະຖານທີ່ຢູ່ເທດສະບານເມືອງ Khan Sheikhoun, ເຖິງຢ່າງໃດກໍ່ຕາມບັນດາປະເທດມະຫາອຳນາດໄດ້ປະຕິເສດ. ທ່ານ Putin ຢືນຢັນວ່າ, ຈຸດປະສົງຂອງທຸກຄຳກ່າວຫາດັ່ງກ່າວແມ່ນເພື່ອແນໃສ່ທຳລາຍຊື່ສຽງຂອງທ່ານ Assad ແລະ ກໍຄວາມກົດດັນຕໍ່ການນຳຜູ້ນີ້.

        ຄຳຖະແຫຼງດັ່ງກ່າວຖືກຍົກອອກມາພາຍຫຼັງ 1 ວັນທີ່ທ່ານປະທານາທິບໍດີຝລັ່ງ Emmanuel Macron ຖືວ່າ, ເລື່ອງນຳໃຊ້ອາວຸດເຄມີຢູ່ຊີຣີ ແມ່ນກຳນົດຂອບເຂດແດງສຳລັບປາຣີ ແລະ ຈະພາໄປເຖິງການກະທຳໂຕ້ຕອບ.

ຕອບກັບ

ຂ່າວ/ບົດ​ອື່ນ