ປະທານາທິບໍດີລັດເຊຍສະເໜີແຜນການ7ຂໍ້ແກ້ໄຂວິກິດການຢູ່ຢູແກຼນ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Reuters)
(vovworld) – ວັນທີ 3/9, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະເໜີແຜນການ 7 ຂໍ້ເພື່ອແກ້ໄຂວິກິດການຢູ່ຢູແກຼນ. ແຜນການ 7 ຂໍ້ທີ່ທ່ານ Putin ເນັ້ນໜັກນັ້ນແມ່ນ: ເພື່ອແນໃສ່ຢຸດຕິການປະທະກັນແບບນອງເລືອດ ແລະ ຫັນສະພາບການຢູ່ທາງທິດຕາເວັນອອກສ່ຽງໃຕ້ ຢູແກຼນ ເປັນປົກກະຕິ, ຝ່າຍຕ່າງໆຕ້ອງເປັນເອກະພາບ ແລະ ສົມທົບກັນເຄື່ອນໄຫວເພື່ອປະຕິບັດບັນດາບາດກ້າວດັ່ງຕໍ່ໄປນີ້: ຢຸດຕິບັນດາການເຄື່ອນໄຫວບຸກໂຈມຕີຂອງກອງທັບ ຢູແກຼນ ກໍ່ຄືບັນດາກຳລັງທະຫານລາດຢູ່ Donetsk ແລະ Lugansk, ຖອນບັນດາກົມກອງປະກອບອາວຸດ ຢູແກຼນ ອອກຈາກບັນດາເຂດດັ່ງກ່າວເພື່ອແນໃສ່ສະກັດກັ້ນຄວາມສາມາດຍິງລູກຈະຫຼວດເຂົ້າບັນດາເຂດຊຸມຊົນ, ປະຕິບັດການຄວບຄຸມສາກົນຢ່າງມີປະສິດທິຜົນ ແລະ ພາວະວິໄສສຳລັບຄຳສັ່ງຢຸດຍິງ ແລະ ຕິດຕາມກວດກາສະພາບພາຍຫຼັງການຢຸດຍິງ, ລົບລ້າງການກະທຳບຸກໂຈມຕີທາງອາກາດ, ຕ້ານສາມັນຊົນຢູ່ເຂດເກີດການປະທະກັນ, ຈັດຕັ້ງການແລກປ່ຽນບັນດາຕົວປະກັນໂດຍບໍ່ມີເງື່ອນໄຂ, ເປີດທາງໃຫ້ແກ່ຜູ້ລິໄພ ແລະ ຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳເຖິງ ຢູແກຼນຕາເວັນອອກ, ສຸດທ້າຍແມ່ນສົ່ງໜ່ວຍງານສ້ອມແປງມາຟື້ນຟູພື້ນຖານໂຄງລ່າງຢູ່ເຂດເກີດການປະທະກັນ. ທ່ານປະທານາທິບໍດີ Vladimir Putin ກໍ່ສະແດງຄວາມຫວັງວ່າ: ບັນດາຝ່າຍປະທະກັນລວມມີອຳນາດການປົກຄອງ ກິແອບ ແລະ ພາກຕາເວັນອອກສ່ຽງໃຕ້ປະເທດນີ້ຈະບັນລຸໄດ້ຂໍ້ຕົກລົງທີ່ກອງປະຊຸມຂອງກຸ່ມສຳພັດໃນວັນທີ 5/9.