(vovworld) – ໃນວັນທີ 11/11, ຢູ່ນອກກອງປະຊຸມຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ປັກກິ່ງ, ປະເທດ ຈີນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Barack Obama ມີການພົບປະ 3 ຄັ້ງເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນການພົວພັນ 2 ຝ່າຍ, ກໍ່ຄືຈຸດເຄັ່ງຮ້ອນໃນໂລກຄື: ອີຣານ, ຊີຣີ ແລະ ຢູແກຼນ. ໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ Bernadette Meehan ຮັບຮູ້ວ່າ: ບັນດາການນຳໄດ້ນຳໃຊ້ເວລາພັກຜ່ອນທີ່ກອງປະຊຸມຂັ້ນສູງ APEC ເພື່ອແລກປ່ຽນຄຳເຫັນ ແລະ ເວລາແລກປ່ຽນຄັ້ງຕ່າງໆພຽງປະມານ 15 – 20 ນາທີເທົ່ານັ້ນ.