ພາບປະກອບ
|
(vovworld) - ວັນທີ 15/11, ວັງ Kremlin ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Donald Trump ຈະບໍ່ມີການພົບປະກັນກ່ອນທີ່ທ່ານ Trump ໄດ້ຮັບດຳລົງຕ່ຳແໜງເປັນປະທານາທິບໍດີໃນວັນທີ 20/1/2017. ໃນການໂອ້ລົມສົນທະນາທາງໂທລະສັບໃນວັນທີ 14/11, ທ່ານປະທານາທິບໍດີ Putin ແລະ ທ່ານປະທານທິບໍດີຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Trump ໄດ້ເຫັນດີເປັນເອກະພາບພ້ອມກັນເຮັດວຽກເພື່ອມຸ່ງໄປເຖິງ “ການຮ່ວມມືມີລັກສະນະສ້າງສັນ”, ໃນນັ້ນມີບັ້ນຮົບຕ້ານການກໍ່ການຮ້າຍ. ກ່ອນນັ້ນ, ທ່ານ Trump ໄດ້ສະແດງຄວາມປາດຖະໜາຢາກພົບປະກັບທ່ານ Putin. ເຖິງຢ່າງໃດກໍ່ຕາມ, ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກວັງ Kremlin Dmitry Peskov ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບເປັນຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ Putin ແລະ ທ່ານ Trump ນັບແຕ່ເມື່ອທ່ານ Trump ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016, 2 ຝ່າຍບໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບໃດໆກ່ຽວກັບການພົບປະກ່ອນວັນທີ 20/1/2017. ທ່ານ Peskov ກໍ່ໃຫ້ຮູ້ວ່າ ທ່ານ Putin ແລະ Trump ບໍ່ໄດ້ປຶກສາຫາລືກ່ຽວກັບວິກິດການຢູ່ ຢູແກຼນ ຫຼື ທີ່ຕັ້ງບົດບາດຂອງແຫຼມ Crimea.