ປະທານາທິບໍດີລັດເຊຍແລະອາເມລິກາປຶກສາຫາລືຫຼາຍບັນຫາສາກົນທີ່ຮ້ອນເຮັ່ງ
(VOVWORLD) -ວັນທີ 21 ພະຈິກ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງອາເມລິກາ Donald Trump ເພື່ອປຶກສາຫາລືຫຼາຍບັນຫາສາກົນທີ່ຮ້ອນເຮັ່ງ
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງອາເມລິກາ Donald Trump
(ພາບປະກອບ: EPA)
|
ໃນນັ້ນມີສະພາບການຢູ່ຊີຣີ, ສປປ.ເກົາຫຼີ, ອາບການິດສະຖານ, ບັນດາບັນຫາກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງອີຣານ… ການນຳ 2 ທ່ານກໍ່ໄດ້ແລກປ່ຽນຄຳເຫັນກ່ຽວກັບສະພາບການຢູ່ແຫຼມເກົາຫຼີ, ເນັ້ນໜັກເຖິງຜົນປະໂຫຍດຂອງເລື່ອງຊອກຫາມາດຕະການແກ້ໄຂບັນຫາດັ່ງກ່າວ ໂດຍຜ່ານການເຈລະຈາ ແລະ ທາງການທູດ. ການນຳລັດເຊຍ ແລະ ອາເມລິກາ ກໍ່ເຕື້ອງເຖິງບັນຫາຢູ່ອາບການິດສະຖານ, ເຊິ່ງແມ່ນແຫ່ງມີບັນດາຄວາມວິຕົກກັງວົນຍ້ອນໄພນາບຂູ່ກໍ່ການຮ້າຍ ແລະ ຢາເສບຕິດເພີ່ມຂຶ້ນ. ນອກນັ້ນ, ການນຳ 2 ທ່ານຍັງປຶກສາຫາລືກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງອີຣານ, ໃນນັ້ນເນັ້ນໜັກເຖິງຄຳໝັ້ນສັນຍາຂອງລັດເຊຍ ກ່ຽວກັບການປະຕິບັດຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ແລະ ບັນດາປະເທດມະຫາອຳນາດຢ່າງຄົບຖ້ວນ.