ປະທານາທິບໍດີສ.ເກົາຫຼີອອກຄຳສັ່ງໃຫ້ກອງທັບກຽມພ້ອມການສູ້ຮົບ
ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye
(ພາບປະກອບ: Yonhap)
(vovworld) - ວັນທີ 29/08, ທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye ໄດ້ອອກຄຳສັ່ງໃຫ້ກອງທັບ ຮັກສາທ່າກ່ຽມພ້ອມສູ້ຮົບຢູ່ໃນລະດັບສູງສຸດ ເພື່ອລະມັດລະວັງບໍ່ວ່າການກະທຳເກາະຜິດໃດໆຂອງສປປ.ເກົາຫຼີ. ທີ່ການປະຊຸມກັບບັນດາເລຂາທິການຂັ້ນສູງ, ທ່ານນາງປະທານາທິບໍດີ Park Geun hye ຍັງອອກຄຳສັ່ງໃຫ້ລັດຖະບານວາງອອກບັນດາມາດຕະການທີ່ມີປະສິດທິຜົນ ເພື່ອຮັບມືກັບກຳລັງຄວາມສາມາດດ້ານນິວເຄຼຍ ແລະ ລູກສອນໄຟທີ່ພວມເພີ່ມຂຶ້ນຂອງສປປ.ເກົາຫຼີ.
ແລະກໍໃນວັນດຽວກັນ, ກະຊວງທ້ອນໂຮມຊາດ ຖືວ່າ, ສປປ.ເກົາຫຼີ ອາດຈະມີບັນດາການກະທຳດ້ານການທະຫານຕື່ມອີກ ໃນສະພາບພວມດຳເນີນການຊ້ອມຮົບຮ່ວມລະຫວ່າງສ.ເກົາຫຼີ - ອາເມລິກາ ທີ່ມີຊື່ວ່າ “ຜູ້ປົກປ້ອງຄວາມເສລີ Ulchi”. ກ່າວຄຳເຫັນທີ່ກອງປະຊຸມ, ໂຄສົກກະຊວງທ້ອນໂຮມຊາດ Jeong Joon hee ໃຫ້ຮູ້ວ່າ, ສ.ເກົາຫຼີ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ກະກຽມຮັບມືກັບການຜັນແປທຸກຢ່າງທີ່ຈະເກີດຂຶ້ນ.