ປະທານາທິບໍດີອິນໂດເນເຊຍຮຽກຮ້ອງກວດກາຄືນບັນດາອຸປະກອນການທະຫານພາຍຫຼັງອຸບັດຕິເຫດເຮືອບິນຕົກ

ປະທານາທິບໍດີອິນໂດເນເຊຍຮຽກຮ້ອງກວດກາຄືນບັນດາອຸປະກອນການທະຫານພາຍຫຼັງອຸບັດຕິເຫດເຮືອບິນຕົກ - ảnh 1
ທະ​ຫານ ອິນ​ໂດ​ເນ​ເຊຍ ຊອກ​ຫາ​ສາກ​ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ
(ພາບ​: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ /TTXVN)

(​vovworld) – ​ ​​ວັນ​ທີ 1/7, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິ​ນ​ໂດ​ເນ​ເຊຍ Joko Widodo ໄດ້​ຮຽກ​ຮ້ອງກວດ​ກາ​ຄືນ​ສະ​ພາບ​​ອຸ​ປະ​ກອນ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດນີ້​ພາຍຫຼັງ​ເຫດ​ເຮືອ​ບິນ​ຂົນ​ສົ່ງ​ການ​ທະ​ຫານ C -130B Hercules ຖືກຕົກ​ຢູ່​ນະ​ຄອນ Medan, ເກາະ Sumatra ເຮັດ​ໃຫ້​ 141 ຄົນ​ເສຍ​ຊີ​ວິດ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Widodo ຮຽກ​ຮ້ອງ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ືບ​ສວນ​ສາຍ​ເຫດກໍ່​ໃຫ້​ເກີດ​ອຸ​ບັດ​ຕິ​ເຫດ​ດັ່ງ​ກ່າວ​ຢ່າງ​ລະ​ອຽດ, ພ້ອມ​ທັງ​ພິ​ຈາ​ລະ​ນາ​ຄືນ​ວິ​ທີ​ຄຸ້ມ​ຄອງ​ລະ​ບົບ​ປະ​ມູນ ການ​ທະ​ຫານ ແລະ ບັນ​ດາ​ອຸ​ປະ​ກອນ​ການ​ທະ​ຫານ. ທ່ານ Widodo ກໍ່​ຮຽກ​ຮ້ອງ​ຕ້ອງ​ຕີ​ລາ​ຄາ​ຄືນ​ສະ​ພາບ​​ອຸ​ປະ​ກອນ​ປ້ອງ​ກັນ​ປະ​ເທດ​ຄື​: ເຮືອ​ບິນ​ສຸ້​ຮົບ, ເຮືອ​ບິນ​ຂົ​ນ​ສົ່ງ, ກ່ຳ​ປັ່ນ​ສຸ້​ຮົບ, ກ່ຳ​ປັ່ນ​ດຳ​ນ້ຳ ແລະ ກ​່ຳ​ປັ່ນ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ