ປະທານາທິບໍດີອີຣານແລະລັດເຊຍປຶກສາຫາລືກ່ຽວກັບການສູ້ຮົບຕ້ານກໍ່ການຮ້າຍ

ປະທານາທິບໍດີອີຣານແລະລັດເຊຍປຶກສາຫາລືກ່ຽວກັບການສູ້ຮົບຕ້ານກໍ່ການຮ້າຍ - ảnh 1
ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ
 ປະທານາທິບໍດີ​ ອີຣານ Hasan Rouhani
(ພາບ: Reuters/TTXVN)


(vovworld) - ວັນ​ທີ 24/12, ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ປະທານາທິບໍດີ​ ອີຣານ Hasan Rouhani ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ, ​ໃນ​ນັ້ນ​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນຫາ ຊີຣີ ກໍ່​ຄື​ໃນ​ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍທົ່ວ​ໂລກ. ນີ້​ແມ່ນ​ການ​ໂອ້​ລົມ​ທາງ​ໂທລະສັບ​ທີ 3 ລະຫວ່າງ ປະທານາທິບໍດີ​ ລັດ​ເຊຍ ​ແລະ ອີຣານ ​ໃນ​ຮອບ​ໜຶ່ງ​ເດືອນ​ຜ່ານ​ມາ. ທີ່​ ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ນຳ​ສອງ​ທ່ານ​ໄດ້​ແລກປ່ຽນ​ທັດສະນະ ກ່ຽວ​ກັບ​ການ​ຜັນ​ແປ​ໃໝ່​ສຸດ​ຢູ່ ຊີຣີ, ພິ​ເສດ​ແມ່ນ​ພາຍຫຼັງ​ບັນດາ​ມື​ປືນ​ຂອງ​ອົງການ​ລັດ​ອິດສະ​ລາມ (IS) ຖືກ​ກວ້າງ​ລ້າງ​ອອກ​ຈາກ​ນະຄອນ​ຍຸດ​ທະ​ສາດ Aleppo. ປະທານາທິບໍດີ​ ລັດ​ເຊຍ ​ແລະ ອີຣານ ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສາຍ​ພົວພັນ​ຮ່ວມ​ມື, ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ບັນດາ​ການ​ເຈ​ລະ​ຕາ ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ຢູ່ ຊີຣີ.
ຂ່າວ/ບົດ​ອື່ນ