ປະທານາທິບໍດີອາເມ ລິກາອ່ານສານສະຫະ ລັດປີ 2014


ປະທານາທິບໍດີອາເມ ລິກາອ່ານສານສະຫະ ລັດປີ 2014 - ảnh 1 

(ພາບ: AP)

 (vovworld)- ​​ໃນ​ເວລາ 9 ​ໂມງ 15 ນາທີ​ຂອງ​ວັນ​ທີ 29/1 ຕາມ​ເວລາ​ຫວຽດນາມ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ທ່ານ​ສານ​ສະຫະລັດ​ປີ 2014 ຕໍ່ໜ້າ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 113.

   ​ເນື້ອ​ໃນ​ພົນ​ເດັ່ນ​ຂອງ​ສານ​ສະຫະລັດ​ປີ 2014 ແມ່ນ​ການ​ໃຫ້​ຄຳໝັນສັນຍາ​ສືບ​ຕໍ່​ນຳ​ໃຊ້​ບັນດາ​ມາດ​ຕະການ​ຊຸກ​ຍູ້​ທ່າ​ຟື້ນ​ຕົວ​ເສດຖະກິດ ​ເພື່ອ​ແນ​ໃສ່​ສ້າງບັນດາ​ກາລະ​ໂອກາດ​ໃຫ້​ ປຊຊ ອາ​ເມ​ລິ​ກາ. ສານ​ຮຽກຮ້ອງ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ເພີ່ມ​ລະດັບ​ເງິນ​ເດືອນ​ພື້ນຖານ​ໃຫ້​ຖັນ​ແຖວ​ພາລະ​ກອນ​ສະຫະລັດ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ຂາດ​ຄວາມ​ຍຸດຕິ​ທຳ​ດ້ານ​ລາຍ​ຮັບ, ປະຕິ​ຮູບ​ລະບອບ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດ້ານ​ການ​ແພດ, ຫລຸດຜ່ອນ​ຄ່າ​ໃຊ້​ຈາ​ຍລວມ, ຍູ້​ແຮງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ… ​ໃນສານສະຫະລັດ​ປີ 2014, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກຳນົດ​ວ່າ, ປີ 2014 ​ແມ່ນ “ປີ​ແຫ່ງ​ການ​ກະທຳ“ ​ແລະ ຊຸກ​ຍູ້ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ຈົ່ງ​ຮ່ວມ​ມື​ກັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ຂອງ​ທຳນຽບຂາວ.

  ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢ້ຳຄືນ​ຄຳໝັ້ນສັນຍາ​ຖອນ​ທະຫານ​ອອກ​ຈາກ​ອາບ​ກາ​ນີສະຖານ ໃນ​ທ້າຍ​ປີ​ນີ້. ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ, ທ່ານ​ຢືນຢັນ​ຄືນ​ໃໝ່​ວ່າ ຈະ​ພ້ອມ​ກັບປະ​ເທດ​ຕ່າງໆ​ຊອກ​ຫາ​ວິທີ​ຢຸດຕິ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ​ໃນ​ເວລາ 2 ປີຜ່ານມາ​ຢູ່​ປະ​ເທດ​ນີ້. ສານສະຫະລັດ​ປີ 2014 ຂອງ​ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ່​ເຕື້ອງ​ເຖິງ​ວິວັດທະນາ​ການ​ສັນຕິ​ພາບລະຫວ່າງ​ອິດສະຣາ​ແອນ-​ປາ​ແລດ​ສະຕິ​ນ ​ແລະ ​ເນັ້ນໜັກ​ເຖິງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ອາ​ຟຼິກກາ./.

ຂ່າວ/ບົດ​ອື່ນ