ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ໄປ​ຢ້ຽມຢາມ 4 ປະ​ເທດ​ອາຊີ


ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ໄປ​ຢ້ຽມຢາມ 4 ປະ​ເທດ​ອາຊີ - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ ນາຍົກລັດຖະມົນີຍີ່ປຸ່ນ

 (ພາບ: Getty)

 (vovworld)- ສ້າງຄວາມ​ອຸ່ນ​ອຽນ​ໃຈ​ໃຫ້ບັນດາ​ພັນທະ​ມິດ ​ແລະ ຄູ່​ຮ່ວມ​ມືດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ​ຈະ​ແມ່ນ​ຈຸດ​ສຸມ​ຂອງການ​ໄປ​ປະຕິບັດ​ງານຢູ່​ອາຊີ ນັບ​ແຕ່ ວັນ​ທີ 23/4 ຂອງປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama. ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ວໍ​ຊິງ​ຕັນ​ດີ​ຊີ ​ໃນ​ຕອນ​ເຊົ້າວັນ​ທີ 22/4 (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ Evan Mederios ຜູ້ອຳນວຍການ​ຂັ້ນສູງ​ຮັບຜິດຊອບ​ບັນດາ​ບັນຫາ​ອາຊີ​ຂອງ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ຈຸດໝາຍ​ທຳ​ອິດ ​ແລະ ສຳຄັນ​ກ່ວາ​ໝູ່​ໃນ​ການ​ຢ້ຽມຢາມ​ແມ່ນ​ຢືນຢັນ​ຄືນ​ໃໝ່​ຄຳໝັ້ນສັນຍາ​ຢ່າງ​ແຮງ​ຂອງ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ນະ​ໂຍບາຍສ້າງ​ຄວາມ​ດຸ່ນດຽງ​ຮອບດ້ານ​ຢູ່ອາຊີ-​ປາຊິ​ຟິກ ຄືນ​ໃໝ່.

   “ຍາມ​ໃດ​ອາ​ເມ​ລິ​ກາ ກໍ່​ໃຫ້​ຄ​ຳໝັ້ນສັນຍາ​ຢ່າງຄົບ​ຖ້ວນ​ຕໍ່​ພາກ​ພື້ນ ອາຊີ-​ປາຊິ​ຟິກ ​ແລະ ​ໄດ້​ມີໜ້າ​ຢູ່​ນີ້​ນັບ​ແຕ່​ດົນ​ນານ​ແລ້ວ. ນີ້​ບໍ່​ແມ່ນ​ບັນຫາ​ພູມ​ສາດ​ການ​ເມືອງ ຫຼື​ການ​ເມືອງ, ຫາກ​ຍັງ​ແມ່ນ​ການປົກ​ປ້ອງຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ອາ​ເມ​ລິ​ກາ ກໍ່​ຄື​ສືບ​ຕໍ່ການ​ພັດທະນາການ​ພົວພັນກັບ ປຊຊ ຊື່​ງອາ​ເມ​ລິ​ກາ ​ໄດ​້ສ້າງ​ຂຶ້ນ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ຢູ່​ພາກ​ພື້ນ​ນີ້ “ ./.

ຂ່າວ/ບົດ​ອື່ນ