ປະທານາທິບໍດີອາເມລິກາ ຂໍໂທດກ່ຽວກັບເຫດສັງຫານພົນລະເມືອງອາເມລິກາ ແລະ ອີຕາລີ ຢ່າງຫຼົງຜິດ
ທ່ານປະທານາທິບໍດີອາເມລິກາ Barack Obama
(ພາບປະກອບ: AP)
(vovworld) – ວັນທີ 23/04, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ກ່າວຂໍໂທດກ່ຽວກັບບັ້ນຮົບຕ້ານກໍ່ການຮ້າຍຢູ່ອາບການິດສຖານ ແລະ ປາກິດສຖານ ເມື່ອເດືອນ 01 ຜ່ານມາ ໄດ້ສັງຫານພົບລະເມືອງອາເມລິກາ ຄົນໜຶ່ງ ແລະ ພົນລະເມືອງອີຕາລີ ຄົນໜຶ່ງຢ່າງຫຼົງຜິດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Obama ໄດ້ກ່າວຮັບຜິດຊອບກ່ຽວກັບເລື່ອງເຮືອບິນບໍ່ມີຄົນຂັບປະກອບອາວຸດຂອງອາເມລິກາ, ໃນການບຸກໂຈມຕີເມື່ອເດືອນ 01/2015 ແນໃສ່ເຂດຊຸມຊົນທີ່ຖືກສົງໄສວ່າມີບັນດາມືປືນກຸ່ມກໍ່ການຮ້າຍ al Qeada ຢູ່ປາກິດສຖານ. 2 ຄົນດັ່ງກ່າວແມ່ນພາລະກອນເຮັດວຽກໃນບັນດາໂຄງການໜູນຊ່ວຍ ແລະ ຖືກກຸ່ມ al Qeada ຈັບເປັນຕົວປະກັນ ຢູ່ເຂດຊາຍແດນລະຫວ່າງອາກິດສຖານ ແລະ ປາການິດສຖານ ເມື່ອປີ 2011 ແລະ 2012. ທ່ານ Obama ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ການເສຍຊີວິດຂອງ 2 ຄົນດັ່ງກ່າວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຈະທົດແທນຄວາມເສຍຫາຍໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ແລະ ຊອກຫາຊາກສົບຂອງ 2 ຄົນດັ່ງກ່າວໂດຍໄວ.