ປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ຄວາມ​ອາດສາ​ມາດ​ໃນ​ການເຈ​ລະ​ຈາ​​ດ້ານການ​ຄ້າ​ ​ກັບ​ຈີນຄືນ​ໃໝ່

(VOVWORLD) -ວັນທີ 11 ພຶດສະພາ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນວ່າ ບໍ່ສະໜັບສະໜູນເລື່ອງອາເມລິກາເປີດບັນດາການເຈລະຈາກັບຈີນຄືນໃໝ່ກ່ຽວກັບຂໍ້ຕົກລົງດ້ານການຄ້າໄລຍະທີ 1 ເຊິ່ງ 2 ປະເທດໄດ້ເຫັນດີເມື່ອຕົ້ນປີ 2020.
ປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ ປະ​ຕິ​ເສດ​ຄວາມ​ອາດສາ​ມາດ​ໃນ​ການເຈ​ລະ​ຈາ​​ດ້ານການ​ຄ້າ​ ​ກັບ​ຈີນຄືນ​ໃໝ່ - ảnh 1ທ່ານ ປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN) 

ທີ່ການຖະແຫຼງຂ່າວກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານ Donald Trump ເນັ້ນໜັກວ່າ ຈີນຢາກເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າຄືນໃໝ່ເພື່ອຫັນມັນໃຫ້ກາຍເປັນຂໍ້ຕົກລົງທີ່ດີກ່ວາໃຫ້ແກ່ຈີນ ເອງ.

        ແລະກໍ່ໃນວັນດຽວກັນ, ໜັງສືພິມ ຄວາມຈຽວ ຂອງ ຈີນໄດ້ຄັດສະເໜີບັນດາແຫຼ່ງຂ່າວທີ່ໃກ້ຊິດກັບລັດຖະບານຈີນ ໂດຍໃຫ້ຮູ້ວ່າ ບັນດາສຽງເວົ້າທີ່ແຂງກະດ້າງພວມປະກົດຂຶ້ນຢູ່ປັກກິ່ງເພື່ອແນໃສ່ຊອກຫາວິທີການຕີລາຄາຂໍ້ຕົກລົງທາງດ້ານການຄ້າໄລຍະທີ່ 1 ລະຫວ່າງ ອາເມລິກາ - ຈີນຄືນໃໝ່, ໃນນັ້ນ ທີ່ປຶກສາບາງທ່ານໄດ້ເລັ່ງໃຫ້ມີການຈັດຕັ້ງບັນດາການເຈລະຈາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ