ປະທານາທິບໍດີອາເມລິກາ ເຊັນປະກາດໃຊ້ ກົດໝາຍອຸປະຖຳ ປ້ອງກັນຊາດໃຫ້ ອິດສະຣາແອນ

ປະທານາທິບໍດີອາເມລິກາ ເຊັນປະກາດໃຊ້ ກົດໝາຍອຸປະຖຳ ປ້ອງກັນຊາດໃຫ້ ອິດສະຣາແອນ - ảnh 1

(ພາບປະກອບ: ປະ​ເທດ​ອິດສະຣາ​ແອນ)​

( vovworld ) – ປະທານາທິບໍດີອາເມລິກາ Barack Obama ຫາ​ກໍ່​ເຊັນ​ປະກາດ​ໃຊ້​ກົດໝາຍ​ໃຊ້​ຈາ​ຍຈຳນວນ 70 ລ້ານ​ໂອ​ລາ​ສະຫະລັດ​ໃນ​ປີ​ນີ້​ໃຫ້​ແກ່​ລະບົບ​ປ້ອງ​ກັນ​ລູດສອນ​ໄຟ​ໄລຍະ​ສັ້ນທີ່​ມີ​ຊື່ວ່າ Iron Dome ຂອງ​ອິສະຣາ​ແອນ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນຊາ​ດສອງ​ຝ່າຍ. ການ​ກະທຳ​ດັ່ງກ່າວ​ອາດ​ຈະ​ຊ່ວຍ​ໃຫ້​ທ່ານ Barack Obama ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ ​ເຊື້ອ​ຊາ​ດຢີວ ກ່ອນ​ການ​ໄປ​ປະຕິບັດ​ງານ​ເຖິງ​ອິດສະຣາ​ແອນ ​ຂອງ​ທ່ານ Mitt Romney ຄູ່​ແຂ່ງ​ສຳຄັນ​ຂອງ​ພັກສາ​ທາ​ລະນະ​ລັດ ​ໃນ​ການ​ເລືອກ​ຕັ້ງປະທານາ ທິບໍດີອາເມລິກາ ​ໃນ​ເດືອນ 11 ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ທຳນຽບຂາວ, ປະທານາທິບໍດີອາເມລິກາ Barack Obama  ​ໄດ້​ຢັ້ງຢືນ​ວ່າ: 1 ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ​ອັນ​ດັບ 1 ຂອງ​ວໍ​ຊິງ​ຕັນ ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ອິດສະຣາ​ແອນ ​ໃນ​ທຸກໆ​ບັນດາ​ປ້ອງ​ກັນ​ຄວາມ​ສະຫງົບ​ປອ​ດ​ໄພ​ຄື: ການ​ທະຫານ, ສືບ​ລາຊະການ​ລັບ, ​ເຕັກ​ໂນ​ໂລ​ຊີ​ເຕັກນິກ….

ຂ່າວ/ບົດ​ອື່ນ