ປະທານາທິບໍດີອາເມລິກາBarackObamaສິ້ນສຸດການຢ້ຽມຢາມຫວຽດນາມ
(ພາບ: Zing)
(vovworld) – ຕອນບ່າຍວັນທີ 25/5, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ເດີນທາງອອກຈາກ ຫວຽດນາມ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ ແຕ່ວັນທີ 23 – 25/5. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະ, ເຈລະຈາກັບທ່ານປະທານາທິບໍດີ Barack Obama. ທີ່ການເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ແລະ ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານາທິບໍດີ Obama ຖະແຫຼງປະກາດ ອາເມລິກາ ຍົກເລີກຄຳສັ່ງຂວຳ້ບາດດ້ານອາວຸດຢ່າງສົມບູນໃຫ້ ຫວຽດນາມ. ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Barack Obama ເປັນປະທານການປະຊຸມຂ່າວດ້ວຍການເຂົ້າຮ່ວມຂອງນັກຂ່າວນັບຮ້ອຍຄົນ. ການນຳ 2 ທ່ານໄດ້ຕອບຄຳຖາມມີຫຼາຍເນື້ອໃນກ່ຽວຂ້ອງເຖິງການພົວພັນ 2 ຝ່າຍ, ການຮ່ວມມືໃນຂົງເຂດຫຼາຍຝ່າຍ, TPP.
ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.
ທ່ານ Barack Obama ມີບົດກ່າວປາໄສເປັນເວລາ 30 ນາທີ ຕໍ່ໜ້ານັກປັນຍາຊົນ, ນັກສຶກສາ ແລະ ນັກທຸລະກິດ ຫວຽດນາມ ຢູ່ຫໍປະຊຸມແຫ່ງຊາດ ຮ່າໂນ້ຍ.
ທີ່ນະຄອນ ໂຮ່ຈີມິນ, ພາຍຫຼັງຢ້ຽມຢາມວັດ ງອກຮ່ວາງ ມີອາຍຸ 100 ປີ, ທ່ານປະທານາທິບໍດີ Obama ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບ ໂງຮິ່ງງອກແຄ໋ງ, ນັກສຶກສາມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນໂຮ່ຈີມິນ ກ່ຽວກັບຜະລິດຕະພັນຕັດ laser. ຫຼັງຈາກນັ້ນ, ທ່ານ Obama ມີບົດກ່າວປາໄສຕໍ່ໜ້າວິສາຫະກິດ, ນັກທຸລະກິດໜຸ່ມ 100 ຄົນຂອງ ຫວຽດນາມ.
ສິ້ນສຸດການໂອ້ລົມສົນທະນາ, ທ່ານ Obama ແລະ ຄະນະໄດ້ເດີນທາງໄປສະໜາມບິນ ເຕີນເຊີນເຍີດ ເພື່ອໄປ ຍີ່ປຸ່ນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມຕາມຄຳເຊີນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ.