ປະທານາທິບໍດີອາເມລິກາຄົນໃຫມ່ເຊັນລັດຖະດຳລັດກໍ່ສ້າງກອງທັບຄືນໃຫມ່

ປະທານາທິບໍດີອາເມລິກາຄົນໃຫມ່ເຊັນລັດຖະດຳລັດກໍ່ສ້າງກອງທັບຄືນໃຫມ່ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ໃຫມ່ Donald Trump

(vovworld)- ວັນ​ທີ 27/1, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ໃຫມ່ Donald Trump ສືບ​ຕໍ່​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ດ້ວຍ​ເລື່ອງ​ເຊັນ​ລັດ​ຖະ​ດຳ​ລັດບໍ​ລິ​ຫານ 2 ສະ​ບັບ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ໃນ​ນັ້ນ ມີ​ລັດ​ຖະ​ດຳ​ລັດ​ກໍ່​ສ້າງ​​ກອງ​ທັບ​ຄືນ​ໃຫມ່ ແລະ ລັດ​ຖະ​ດຳ​ລັດ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຮັບ​ຊາວ​ອົບ​ພະ​ຍົບ. ຕາມ​ລັດ​ຖະ​ດຳ​ລັດ​ທີ່​ຫາກໍ່​ໄດ້​ຮັບ​ການ​ລົງ​ນາມນັ້ນ, ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ຈະ​​ໄດ້​ຮັບ​ງົບ​ປະ​ມານເພື່ອ​ຊື້​ບັນ​ດາ​ເຮືອ​ບິນ, ກຳ​ປັ່ນ​ທະ​ຫານ​ເຮືອ​ລຳ​ໃຫມ່ ແລະ ບັນ​ດາ​ແຫລ່ງ​ກຳ​ລັງ​ອື່ນ. ກ່ອນ​ຫນ້ານັ້ນ,

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ໃຫມ່ Donald Trump ໄດ້​ເຊັນ​ລັດ​ຖ​ະ​ດຳ​ລັດ​ບໍ​ລິ​ຫານ ເພື່ອ​ຮັດແຫນ້ນນະ​ໂຍ​ບາຍອອກວິ​ຊາ​ເຂົ້າ​ເມືອງ ແລະ ຮັບ​ຊາວ​ອົບ​ພະ​ຍົບ.


ຕອບກັບ

ຂ່າວ/ບົດ​ອື່ນ