ປະທານາທິບໍດີອາເມລິກາຍົກເລີກການເຈລະຈາສັນຕິພາບກັບ Taliban

(VOVWORLD) -ບັນດາຫົວໜ້າຂອງ Taliban ມາອາເມລິກາ ແຕ່ກໍ່ຍອມຮັບວ່າ ໄດ້ດຳເນີນເຫດບຸກໂຈມຕີຢູ່ Kabul ເຮັດໃຫ້ 12 ຄົນເສຍຊີວິດ ເພື່ອສ້າງ “ໄມ້ງັດທີ່ຜິດພາດ”.

ວັນທີ 07 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຖະແຫຼງຍົກເລີກການພົບປະປິດລັບກັບບັນດາຫົວໜ້າກຳລັງ Taliban ແລະ ທ່ານປະທານາທິບໍດີອາບການິດສະຖານ Ashraf Ghani ຢູ່ຄ້າຍທະຫານ David, ກໍຄືຍົກເລີກບັນດາການເຈລະຈາສັນຕິພາບໂດຍບັງເອີນ ພາຍຫຼັງທີ່ Taliban ຍອມຮັບວ່າໄດ້ກໍ່ເຫດວາງລະເບີດຢູ່ Kabul ເຮັດໃຫ້ 12 ຄົນເສຍຊີວິດ. ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານປະທານາທິບໍດີ D.Trump ຖືວ່າ, ບັນດາຫົວໜ້າຂອງ Taliban ມາອາເມລິກາ ແຕ່ກໍ່ຍອມຮັບວ່າ ໄດ້ດຳເນີນເຫດບຸກໂຈມຕີຢູ່ Kabul ເຮັດໃຫ້ 12 ຄົນເສຍຊີວິດ ເພື່ອສ້າງ “ໄມ້ງັດທີ່ຜິດພາດ”. ກ່ອນໜ້ານັ້ນ, ວັນທີ 05 ກັນຍາ, Taliban ຍອມຮັບວ່າໄດ້ດຳເນີນເຫດບຸກໂຈມຕີຢູ່ປ້ອມກວດກາໃກ້ກັບສຳນັກງານຂອງອົງການ NATO ແລະ ສະຖານທູດອາເມລິກາ ປະຈຳອາບການິດສະຖານ, ເຮັດໃຫ້ 12 ຄົນເສຍຊີວິດ ແລະ ກວ່າ 40 ຄົນໄດ້ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ