ປະທານາທິບໍດີອາເມລິກາຍອມຮັບບໍ່ທັນແກ້ໄຂບັນຫາຊີຣີຢ່າງທັນທີ່ໄດ້

ປະທານາທິບໍດີອາເມລິກາຍອມຮັບບໍ່ທັນແກ້ໄຂບັນຫາຊີຣີຢ່າງທັນທີ່ໄດ້ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
photo:reuters.com


(vovworld)- ວັນ​ທີ 15/2, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຍອມຮັບ​ວ່າ ບໍ່​ທັນ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ຊີຣີ ​ໃນ​ທັນທີ​່​ໄດ້, ພ້ອມທັງ​ໃຫ້​ຮູ້​ວ່າ ວໍ​ຊິ​ງຕັນ ຄວນຄິດ​ໄລ່​ຊັ່ງຊາ​ບັນດາ​ມາດ​ຕະການ​ໃຫມ່​ໃຫ້​ແກ່​ເສີກ​ກາງ​ເມືອງທີ່​ແກ່ຍາວ​ກວ່າ​ສອງ​ປີຜ່ານມາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ ພາຍຫລັງ​ການ​ເຈລະຈາ​ກັບ ກະສັດ ຈໍ​ແດນ, Abdullah 2 ຢູ່ ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ Sunnylands ລັດ  Califonia, ປະທານາທິບໍດີ Barack Obama ​ໃຫ້​ຮູ້​ວ່າ: ​ເສີກ​ກາງ​ເມືອງ​ຢູ່ ຊີຣີ ​ແມ່ນ​ຫົວ​ເລື່ອງ​ຈຸດ​ສຸມ​. ທ່ານ Obama ຮັບຮູ້​ວ່າ: ບໍ່​ປາດ​ຖະຫນາ​ເສີກ​ກາງ​ເມືອງ​ຢູ່ ຊີຣີ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ, ສະ​ນັ້ນ ອາ​ເມ​ລິ​ກາ ພວມ​ພິຈາລະນາ​ບາດກ້າວ​ເດີນ​ໃຫມ່ ​ເຊິ່ງລວມມີ: ການ​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ມະນຸດສະທຳ ​ແລະ ​ເລັ່ງລັດ​ບັນດາ​ຝ່າຍ​ກ່ຽວຂ້ອງ​ສືບ​ຕໍ່​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ມາດ​ຕະການ​ທາງ​ການ​ທູດ. ​ເພີ່ມ​ທະວີ​ການ​ຊ່ວຍ​ເຫລືອ​​ໃຫ້​ແກ່ ຈໍ​ແດນ ​ແລະ ຝ່າຍ​ຄ້ານ​ຢູ່ ຊີ​ຣີ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ ຊື່​ງທຳນຽບຂາວ ​ໄດ້ ​ແລະ ພວມ​ສືບ​ຕໍ່​ປະຕິບັດ.

ຂ່າວ/ບົດ​ອື່ນ