ປະທານາທິບໍດີອາເມລິກາຕິຕຽນຈີນຢູ່ທະເລຕາເວັນອອກ

ປະທານາທິບໍດີອາເມລິກາຕິຕຽນຈີນຢູ່ທະເລຕາເວັນອອກ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກ່າວ​ເຫັນ​ໃນ​ການ​ປະ​ຊຸມ​
ຂ່າວ​ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe
(ພາບ: AP)

(vovworld) - ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ອອກສຽງ​ຕິຕຽນ​ຈີນ “ຍ້ອງຍໍ​ກຳລັງ​ແຮງກ້າມ“ ​ເພື່ອ​ແນ​ໃສ່​​ເລັ່ງ​ເອົາ​ສິດ​ປະ​ໂຫຍ​ດຢູ່ທະ​ເລອາຊີ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ຈະ​ປົກ​ປ້ອງຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຍີ່ປຸ່ນ. ຄຳ​ຖະ​ແຫຼ​ງຂອງ​ທ່ານ Barack Obama ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ທຳນຽບຂາວ​ໃນ​ຕອນ​ເຊົ້າ​ວັນ​ທີ 29/4, ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ທີ່​ພວມ​ຢູ່​ຢ້ຽມຢາມ​ອາ​ເມ​ລິ​ກາ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​​ແນ​ໃສ່​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ​ຢູ່​ໃນ​ພາກ​ພື້ນ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ກະທຳ​​ເຊິ່ງຈີນ​ພວມ​ປະຕິບັດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ກະທຳ​ກໍ່ສ້າງ​ສະໜາມ​ບິນ ​ແລະ ​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abeຢືນຢັນ​ວ່າ, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ​ເດັດ​ດຽວ​​ຄັດ​ຄ້ານ​ທຸກ​ຄວາມ​ມານະ​ພະຍາຍາມ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ​ພ້ອມ​ທັງ​ຖື​ວ່າ, ບໍ່​ວ່າການ​ຂັດ​ແຍ້​ງ​ໃດໆ​ກໍ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ອີງ​ໃສ່​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ