(VOVWORLD) -ວັນທີ 09 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ວໍຊິງຕັນ ຈະຈັດວາງອັດຕາພາສີສຳລັບບັນດາຜະລິດຕະພັນທີ່ນຳເຂົ້າຈາກສະຫະພາບເອີລົບ (EU), ທີ່ມີຍອດມູນຄ່າ 11 ຕື້ USD.
ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: THX/TTXVN)
|
ໃນຖະແຫຼງການສະບັບໜຶ່ງທີ່ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ອົງການການຄ້າໂລກ (WTO) ໄດ້ພົບເຫັນເລື່ອງ EU ອຸປະຖຳແກ່ກຸ່ມບໍລິສັດຜະລິດເຮືອບິນ Airbus, ອັນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ອາເມລິກາ. ສະນັ້ນ, ອາເມລິກາ ຈະຈັດວາງອັດຕາພາສີສຳລັບບັນດາຜະລິດຕະພັນທີ່ນຳເຂົ້າຈາກ EU ທີ່ມີຍອດມູນຄ່າ 11 ຕື້ USD.
ທ່ານປະທານາທິບໍດີອາເມລິກາ ໄດ້ຍົກອອກຖະແຫຼງການດັ່ງກ່າວ ພາຍຫຼັງຫ້ອງການການຄ້າອາເມລິກາ (USTR) ປະກາດບັນຊີລາຍຊື່ປະເພດສິນຄ້າຂອງ EU ຖືກຈັດວາງອັດຕາພາສີເພີ່ມເຕີ່ມພຽງ 1 ວັນ. ຫົວໜ້າ USTR ຢືນຢັນວ່າ, ອາເມລິກາ ຈະຍົກເລີກບັນດາອັດຕາພາສີເພີ່ມເຕີ່ມເມື່ອ EU ຢຸດຕິບັນດາການອຸປະຖຳດັ່ງກ່າວ.