ປະທານາທິບໍດີອາເມລິກາປະຫວ່າງຂໍ້ຕົກລົງນິວເຄຼຍກັບອີຣານ

(VOVWORLD) -ວັນທີ 06 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ລົງນາມໃນລັດຖະດຳລັດອຳນາດບໍລິຫານຈັດວາງບັນດາມາດຕະການລົງໂທດຕໍ່ອີຣານ ຄືນໃໝ່, ພ້ອມທັງຢືນຢັນນະໂຍບາຍຂອງວໍຊິງຕັນ ແມ່ນ “ກໍ່ຄວາມກົດດັນສູງສຸດທາງດ້ານເສດຖະກິດ” ສຳລັບປະເທດອິດສະລາມນີ້.

ປະທານາທິບໍດີອາເມລິກາປະຫວ່າງຂໍ້ຕົກລົງນິວເຄຼຍກັບອີຣານ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: TTXVN)

ເຖິງຢ່າງໃດກໍ່ຕາມ, ໃນຖະແຫຼງການໜຶ່ງ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ “ຍັງປະຫວ່າງເລື່ອງໄດ້ບັນລຸຂໍ້ຕົກລົງຮອບດ້ານກວ່າ”, ຕາມນັ້ນແລ້ວ ໄດ້ເຕື້ອງເຖິງທຸກການເຄື່ອນໄຫວຂອງເຕເຮຣານ, ໃນນັ້ນມີໂຄງການລູກສອນໄຟນຳວິທີ. ຕາມວົງການເຈົ້າໜ້າທີ່ອາເມລິກາ ແລ້ວ, ທ່ານປະທານາທິບໍດີ D.Trump ພ້ອມແລ້ວທີ່ຈະພົບປະກັບບັນດາການນຳອີຣານ “ບໍ່ວ່າໃນຈຸດເວລາໃດ”.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອີຣານ Hassan Rouhani ຖະແຫຼງວ່າ, ເຕເຮຣານ ອາດຈະດຳເນີນການເຈລະຈາກັບອາເມລິກາ ໃນຂະນະທີ່ວໍຊິງຕັນ ພິສູດໃຫ້ເຫັນໄດ້ຄວາມໄວ້ເນື້ອເຊື່ອໃຈຂອງເຂົາເຈົ້າ ພາຍຫຼັງທີ່ປະເທດນີ້ຖອນອອກຈາກຂໍ້ຕົກລົງນິວເຄຼຍ ພຽງລຳພັງຝ່າຍດຽວ ແລະ ຈັດວາງບັນດາຄຳສັ່ງລົງໂທດຕໍ່ອີຣານ ຄືນໃໝ່. ທ່ານ Rouhani ຢືນຢັນວ່າ “ພວກຂ້າພະເຈົ້າຍາມໃດກໍ່ສະໜັບສະໜູນມາດຕະການດ້ານການທູດ ແລະ ການເຈລະຈາ… ບັນດາການເຈລະຈາພ້ອມກັບບັນດາຄຳສັ່ງລົງໂທດແມ່ນບໍ່ມີຄວາມໝາຍຫຍັງ”.

        ໃນເຫດການທີ່ກ່ຽວຂ້ອງ, ສະຫະພາບເອີລົບ ພ້ອມກັບ 3 ປະເທດສະມາຊິກ ລວມມີ ອັງກິດ, ຝລັ່ງ, ເຢຍລະມັນ ຢືນຢັນວ່າ ຈະຮັກສາການພົວພັນທາງດ້ານເສດຖະກິດກັບເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ