ປະທານາທິບໍດີອາເມລິກາ,ຟຣັ່ງຢັ້ງຢືນການພົວພັນພັນທະມິດອັນສະໜິດແໜ້ນ
ທ່ານປະທານາທິບໍດີ Barack Obama ແລະ ທ່ານປະທານາທິບໍດີ Francois Hollande
(ພາບ: AFP-TTXVN)
(vovworld) – ວັນທີ 11/2, ຢູ່ທຳນຽບຂາວ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Barack Obama ໄດ້ສະຫງວນພິທີຕ້ອນຮັບພິເສດລະດັບລັດໃຫ້ທ່ານປະທານາທິບໍດີ ຝຣັ່ງ Francois Hollande, ພ້ອມທັງຍ້ອງຍໍຊົມເຊີຍການພົວພັນພັນທະມິດ ອາເມລິກາ - ຝຣັ່ງ ແມ່ນການພົວພັນສະໜິດແໜ້ນ. ນີ້ແມ່ນການຢ້ຽມຢາມ ອາເມລິກາ ທາງລັດຖະກິດຄັ້ງທຳອິດຂອງປະທານາທິບໍດີ ຝຣັ່ງທ່ານໜຶ່ງ ໃນເກືອບ 2 ທົດສະວັດທີ່ຜ່ານມາ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານາທິບໍດີ ປະເທດເຈົ້າພາບ Barack Obama ແລະ ທ່ານປະທານາທິບໍດີ Francois Hollande ດຳເນີນການເຈລະຈາ. ເນື້ອໃນຕົ້ນຕໍ່ຂອງການເຈລະຈາແມ່ນບັນດາມາດຕະການປັບປຸງການພົວພັນພັນທະມິດ ອາເມລິກາ - ຝຣັ່ງ, ສົມທົບນະໂຍບາຍແກ້ໄຂບັນດາຈຸດເຄັ່ງຮ້ອນຂອງໂລກ, ໃນນັ້ນມີການເຈລະຈາທີ່ໄດ້ ແລະ ພວມດຳເນີນໄປລະຫວ່າງ ກຸ່ມ P5+1 ກັບ ອີຣານ ເພື່ອຢຸດຕິໂຄງການນິວເຄຼຍຂອງປະເທດນີ້, ເສີກກາງເມືອງຢູ່ ຊີຣີ ພາຍຫຼັງການເຈລະຈາ 2 ຮອບແຕ່ບໍ່ທັນບັນລຸຜົນເທື່ອ...
ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Francois Hollande ຢືນຢັນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ ປາຣີ ແລະ ວໍຊິງຕັນ ເຊິ່ງໄດ້ຮັບການຟື້ນຟູພາຍຫຼັງເຫດການລັກຟັງໂທລະສັບຂອງວົງການເຈົ້າໜ້າທີ່ຫຼາຍປະເທດຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ (NSA). ການນຳ 2 ປະເທດກໍ່ໄດ້ຍົກອອກຄຳຖະແຫຼງຕ່າງໆທີ່ແບ່ງປັນທັດສະນະກ່ຽວກັບບັນດາບັນຫາພົ້ນເດັ່ນຂອງໂລກ.
ກໍ່ໃນຕອນຄຳ່ວັນດຽວກັນ, ທ່ານປະທານາທິບໍດີ Obama ເປັນເຈົ້າການຈັດຕັ້ງງານລ້ຽງທ່ານທ່ານປະທານາທິບໍດີ Francois Hollande.