ປະທານາທິບໍດີອາເມລິກາຫວັງວ່າຈະມີການພົວພັນອັນດີງາມກັບຈີນ

ປະທານາທິບໍດີອາເມລິກາຫວັງວ່າຈະມີການພົວພັນອັນດີງາມກັບຈີນ - ảnh 1
ການ​ນຳ 2 ທ່ານຢູ່​ເຂດພັກຜ່ອນ​ບຳລຸງ​ສຸຂະພາບ Mara Lago
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 06/04, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ຢູ່​ເຂດພັກຜ່ອນ​ບຳລຸງ​ສຸຂະພາບ Mara Lago ຂອງ​ທ່ານ ຢູ່​ລັດ Florida, ດ້ວຍ​ຮ້ອຍ​ຍິ້ມ ແລະ ​ການຈັບ​ມື, ພ້ອມ​ກັບ​ຄຳ​ອວຍ​ພອນໃຫ້ 2 ປະ​ເທດ​ຈະ​ມີ​ການ​ພົວ​ພັນ​ອັນ​ດີ​ງາມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​​ກິ​ລາ​ທ່າ​ທາງ​ອັນສະ​ໜ​ິດ​ສະ​ໜົມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Donald Trump ທີ່​ການ​​ພົບ​ປະ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ລະ​ຫວ່າງການ​ນຳ 2 ທ່ານ, ຕ່າງ​ກັບ​ຄຳ​​ເວົ້າ​ທີ່​ແຂງ​ກະ​ດ້າງ​​ຕໍ່​ຈີນ ​ຄືກ່ອນນີ້. ກ່າວ​ຄຳ​ເຫັນ​​ກ່ອນທີ່ເຂົ້າ​ຮ່ວມ​ພາ​ເຂົ້າ​ສາ​ມັກ​ຄີ​ກັບ​ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້ນ​ຜິງ ຢູ່​ທີ່ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Donald Trump ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ, ໃນ​ໄລ​ຍະ​ຍາວ​ພວກ​ເຮົາ​ຈະ​ມີ​ການ​ພົວ​ພັນ​ອັນ​ດີ​ງາມ ແລະ ຂ້າ​ພະ​ເຈົ້າໄດ​້​ຕັ້ງ​ຄວາມ​ຫວັງ​ຕໍ່​ສິ່ງ​ດັ່ງ​ກ່າວ”.


ຕອບກັບ

ຂ່າວ/ບົດ​ອື່ນ