ປະທານາມບໍດີອາເມລິກາຮຽກຮ້ອງຢຸດຕິຄຳສັ່ງຂວ້ຳບາດຕ້ານກຸຍບາ

ປະທານາມບໍດີອາເມລິກາຮຽກຮ້ອງຢຸດຕິຄຳສັ່ງຂວ້ຳບາດຕ້ານກຸຍບາ - ảnh 1
​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບ: TTXVN)


(vovworld) – ວັນ​ທີ 28/09, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ທີ 70 ຂອງ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ຖື​ກດຳ​ເນີນ​ໄປ​ຢູ່​ນິວຢອກ, ປະ​​ເທດ​ອາ​ເມ​ລິ​ກາ, ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ມີບົ​ກ່າວ​​ປາ​ໄສ​ຕໍ່​ວົງ​ການ​​ການ​ນຳ​​ປະ​ເທດຕ່າງໆ, ​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ສຳຄັນ​ໃນ​ໂລກ. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ປະທານາທິບໍດີ Barack Obama ​ໄດ້​ຍົກ​ໃຫ້​ເຫັນ​ໄພ​ທີ່​ວ່າ ບັນດາ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ ຈະ​ຖື​ກປະລາ​​​ໄຊ​ໃນ​​ເລື່ອງ​ພ້ອມ​ກັນ​ຮ່ວມ​ມື​ແກ້​ໄຂ​ບັນດາ​ບັນຫາ​ສາກົນ. ທ່ານ​ຖືວ່າ, ພາຍຫຼັງ 7 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ, ວຽກ​ງານ​ຂອງ​ສະຫະ​ປະຊາ​ຊາດ​ຍັງ​ບໍ່​ທັນ​ປະຕິບັດ​ສຳ​ເລັດ​ເທື່ອ, ພ້ອມ​ທັງ​ກ່າວ​ເຕື່ອນວ່າ “ຄວາມ​ອັນ​ຕະລາຍ ພວມ​ຍູ້​ໃຫ້​ໂລກກັບ​ຄືນ​ສູ່​ສະ​ພາບມືດ​ມົວ ​ແລະ ວຸ້ນວາຍກວ່າ”.

        ກ່ຽວ​ກັບ​ບັນ​ຫາ​ກຸຍ​ບາ, ປະທານາທິບໍດີ​ອາ​ເມ​ລິ​ກາ ຮຽກຮ້ອງ​ຢຸດຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ວໍ​ຊິງ​ຕັນ ​ແນ​ໃສ່ ລາ​ຮາ​ວານ ທີ່​ແກ່​ຍາວ​ເປັນ​ຫຼາຍ​ທົ​ດສະ​ວັດ​ຜ່ານ​ມ​າ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ “​ແນ່ນອນ​ວ່າ​ຈະ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ບໍ່​ຄວນ​ແກ່ຍາວ​ຕື່ມ​ອີກ”.

ຂ່າວ/ບົດ​ອື່ນ