​ປະ​ທານ​ແນວ​ລາວ​ສ້າງ​ຊາດຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະຫະພັນແມ່ຍິງຫວຽດນາມ

(VOVWORLD) - ທ່ານນາງ ຫງວຽນທິທູຮ່າ ໄດ້ລາຍງານໃຫ້ທ່ານ ໄຊສົມພອນ ພົມວິຫານ ຮັບຊາບ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ກໍ່ຄືໝາກຜົນແຫ່ງການພົບປະເຈລະຈາ ລະຫວ່າງ ສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງລາວ
​ປະ​ທານ​ແນວ​ລາວ​ສ້າງ​ຊາດຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະຫະພັນແມ່ຍິງຫວຽດນາມ - ảnh 1ສະຫະພັນແມ່ຍິງ ຫວຽດນາມ - ລາວ ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 7 ກັນຍາ, ທີ່ສຳນັກງານຄະນະກຳມະການສູນກາງແນວລາວສ້າງຊາດຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ຄະນະຜູ້ແທນສະຫະພັນແມ່ຍິງຫວຽດນາມ ໂດຍທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນແມ່ຍິງຫວຽດນາມນຳໜ້າ, ໄດ້ມີການພົບປະກັບ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 4 – 9 ກັນຍາ. ທີ່ການພົບປະ, ທ່ານນາງ ຫງວຽນທິທູຮ່າ ໄດ້ລາຍງານໃຫ້ທ່ານ ໄຊສົມພອນ ພົມວິຫານ ຮັບຊາບ ກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ກໍ່ຄືໝາກຜົນແຫ່ງການພົບປະເຈລະຈາ ລະຫວ່າງ ສະຫະພັນແມ່ຍິງຫວຽດນາມ ແລະ ສະຫະພັນແມ່ຍິງລາວ. ສ່ວນທ່ານ ໄຊສົມພອນ ພົມວິຫານ ກໍ່ສະເໜີສະຫະພັນແມ່ຍິງຫວຽດນາມ ສືບຕໍ່ຍູ້ແຮງວຽກງານໂຄສະນາ ເຖິງສະຫະພັນແມ່ຍິງທຸກຂັ້ນ, ພິເສດແມ່ນລຸ້ນໜຸ່ມ ກ່ຽວກັບການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

        ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນສະຫະພັນແມ່ຍິງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ