ປະທານໂຮ່ຈິມິນ ໃນດວງໃຈຄູອາຈານ, ນັກຮຽນ ຢູແກຼນ

ປະທານໂຮ່ຈິມິນ ໃນດວງໃຈຄູອາຈານ, ນັກຮຽນ ຢູແກຼນ - ảnh 1
(ທ່ານ​ນາງ Ekaterine Nhikolaievna, ຜູ້​ຮັບ​ພິດ​ຊອບ​
ຫໍພິພິດ​ຕະພັນ​ມິດຕະພາບ​ຢູ​ແກຼນ - ຫວຽດນາມ)


(vovworld) –  ວັນ​ທີ 19/05, ຢູ່​ໂຮງຮຽນ​ມັດ​ທະຍົມ​ໂຮ່ຈິ​ມິນ ​ຢູ່​ນະຄອນຫຼວງ ກີ​ແອບ, ປະ​ເທດ​ຢູ​ແກຼນ, ໄດ້​ຈັດ​ພິທີໂຮມ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອ​ງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ ​ແລະ ກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ ​ເພີ່ນ ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດາ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ ຢູ​ແກຼນ ​ແລະ ບັນດາ​ເພື່ອນ​ມິດ​ຢູ​ແກຼນ. ທ່ານ​ນາງ Ekaterine Nhikolaievna, ຜູ້​ຮັບ​ພິດ​ຊອບ​ຫໍພິພິດ​ຕະພັນ​ມິດຕະພາບ​ຢູ​ແກຼນ - ຫວຽດນາມ ສັງ​ກັດໂຮງຮຽນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ບັນດາ​ຄະນະ​ຜູ້​ແທນ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຢູ​ແກຼນ ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນ​ຂອງ​ພວກ​ຂ້າພະ​ເຈົ້າ. ທ່ານອະດີດ​ປະທານ​ປະ​ເທດຫວຽດນາມ ​ເຈີນດຶກ​ເລືອ​ງ ກໍ່​ເຄີຍ​ມາ​ຢ້ຽມຢາມ​ໂຮງຮຽນ ​ເມື່ອ​ທ່ານ​​ມາຢ້ຽມຢາມ ຢູ​ແກຼນ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ປິຕິ​ຊົມ​ຊື່ນ​ທີ່​ໄດ້​ພົບ​ປະກັນ​ທ່ານ​ໃນ​ໂອກາດ​ນັ້ນ. ບັນດາ​ນັກ​ສິລະ​ປິນ, ນັກ​ວິທະຍາ​ສາດ ​ແລະ ນັບ​ທັງ​ນັກ​ເດີນ​ອະວະກາດ​ຜູ້​ທຳ​ອິດ​ຂອງ​ຫວຽດນາມ ຟ້າ​ມຕວນ ກໍ່​ມາຢ້ຽມຢາມ​ໂຮງຮຽນ. ຫໍພິພິດ​ຕະພັນ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ເກັບ​ຮັກສາວັດຖຸ​ອັນ​ລ້ຳ​ຄ່າຕ່າງໆ, ນັບ​ທັງ​ບັນດາ​ເອກະສານ​ຂອງ​ຜູ້​ມີ​ຊື່​ສຽງ​ດ້ວຍ​ລາຍ​ເຊັນ​ຂອງ​ປະທານ​ໂຮ່ຈິ​ມິນ, ມີ​ຮູບ​ປະທານ​ໂຮ່ຈິ​ມິນ ​ເມື່ອ​ເພີ່ນ ມາຢ້ຽມຢາມ ຢູ​ແກຼນ”.

ຂ່າວ/ບົດ​ອື່ນ