(vovworld) - ຮູບແບບແຮກສ່ຽວປະຊາຊົນ ບ້ານ - ບ້ານໃນເຂດຊາຍແດນຫວຽດນາມ - ລາວໄດ້ເລີ່ມປະຕິບັດແຕ່ເດືອນ 4/2005 ລະຫວ່າງ ບ້ານ ກາຕັງ (ເມືອງເຮື໋ອງຮ່ວາ, ແຂວງ ກວາງຈີ້) ແລະ ບ້ານ ແດນສະຫວັນ (ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ) ມາຮອດປະຈຸບັນໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງໃນການສ້າງ ແລະ ປັບປຸງການພົວພັນສາມັກຄີ, ມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນໃນເຂດຊາຍແດນ 2 ປະເທດ. ຮູບແບບນີ້ ໄດ້ປະກອບສ່ວນຊ່ວຍປະຊາຊົນ 2 ປະເທດ ຫວຽດນາມ - ລາວ ມີຄວາມຮັບຮູ້, ເຂົ້າໃຈແຈ້ງບັນດາສັນຍາ, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດຂອງລາວ ແລະ ຫວຽດນາມ ເພື່ອພ້ອມກັນປະຕິບັດ, ຕັ້ງໜ້າເຂົ້າຮ່ວມພ້ອມກັບກຳລັງທະຫານເຂດຊາຍແດນປົກປັກຮັກສາເຂດຊາຍແດນ, ຫຼັກໝາຍຊາຍແດນຢ່າງໝັ້ນຄົງ ແລະ ຕໍ່ສູ້ປາບປາມພວກອາດຊະຍາກຳທຸກຊະນິດ. ຈາກຮູບແບບທົດລອງໃນເບື້ອງຕົ້ນ, ມາຮອດປະຈຸບັນ ຢູ່ລຽບຕາມເສັ້ນຊາຍແດນຮ່ວມລະຫວ່າງແຂວງ ກວາງຈີ້ ແລະ 2 ແຂວງ ຂອງລາວ ໄດ້ມີ 23/23 ບ້ານໃນເຂດຊາຍແດນຈັດຕັ້ງການແຮກສ່ຽວນຳກັນ.