ປະສິດທິຜົນແຫ່ງການຮ່ວມມືຫວຽດນາມ - ລາວ - ກຳປູເຈຍ

ປະສິດທິຜົນແຫ່ງການຮ່ວມມືຫວຽດນາມ - ລາວ - ກຳປູເຈຍ  - ảnh 1
(ພາບປະກອບ)

(vovworld) -     ​ໃນ​ຂອບ​ເຂດ​ກອງ​ປະຊຸມຄະນະ​ກຳມະການ​ປະສານ​ງານ​​ເຂດສາມຫຼ່ຽມ​ພັດທະນາ​ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 8, ​ເຊິ່ງຈັດ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 6/12, ຢູ່​ແຂວງ​ກອນ​ຕູມ ​ໄດ້​ດຳ​ເນີນ​ບັນດາ​ກອງ​ປະຊຸມ​ອານຸກຳມະການປ້ອງ​ກັນຄວາມ​ສະຫງົບ, ການ​ຕ່າງປະ​ເທດ, ​ເສດຖະກິດ, ສິ່ງ​ແວ​ດລ້ອມ, ສັງຄົມ ​ແລະ ປະສານ​ງານ​ຂັ້ນ​ທ້ອງ​ຖິ່ນ. ທີ່​ກ​ອງປະຊຸມ, 3 ປະ​ເທດ​ໄດ້​ຮັບ​ຮອງເອົາ​ບົດ​ບັນທຶກ​ໂດຍ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ທິດ​ທາງ, ມາດ​ຕະການຄວນ​ໄດ້​ຮັບ​ບຸລິມະສິດ​ເພື່ອ​ຜັນ​ຂະຫຍາຍ​ ຍູ້​ແຮງ​ການ​ຮ່ວມ​ມືປ້ອງ​ກັນຄວາມ​ສະຫງົບ - ການ​ຕ່າງປະ​ເທດ​ໃນ​ເຂດ 3 ຫຼຽມພັດທະນາ​​ໄລຍະ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ນຳ​ໃຊ້​​​ໂທລະສັບສາຍດ່ວນ​​ຢູ່​ທຸກ​ຂັ້ນໃນ​ໄລຍະ​ຈະ​ມາ​ເຖິງຢ່າງ​ມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ບັນຫາ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ພິ​ເສດ​ແມ່ນ​ບັນດາ​ບັນຫາ​ລະ​ເມີດ​ຜືນ​ແຜ່ນ​ດິນ​​ຢ່າງ​ຜິດ​ກົດໝາຍ, ການຄ້າມະ​ນຸດ ​ແລະ ຢາ​ເສບ​ຕິດ.

ຂ່າວ/ບົດ​ອື່ນ