(ພາບປະກອບ: AFP/TTXVN)
(vovworld) – ວັນທີ 03/04, ຕວກກີ ໄດ້ຍົກຍ້າຍພົນລະເມືອງຂອງປະເທດນີ້ອອກຈາກເຂດສູ້ຮົບຢູ່ Yemen ໃນຂະນະທີ່ປາກິດສຖານ ໄດ້ນຳພົນລະເມືອງຂອງຕົນຕື່ມອີກ 176 ຄົນກັບເມື່ອປະເທດຢ່າງປອດໄພ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຕວກກີ ໃຫ້ຮູ້ວ່າ, ບັນດາພົນລະເມືອງຂອງປະເທດນີ້ ຈະເລີ່ມເດີນທາງຈາກນະຄອນ Aden ເຖິງ Djibouti ດ້ວຍກໍ່າປັ່ນຂັບໄລ່ຂອງກອງທັບເຮືອຕວກກີ ແລະ ຈະກັບເມືອປະເທດໃນ 2 – 3 ວັນຈະມາເຖິງ. ປາກິດສຖານ ກໍ່ໄດ້ນຳຈຳນວນພົນລະເມືອງດັ່ງກ່າວຈາກ Djibouti ກັບເມື່ອປະເທດ ພາຍຫຼັງທີ່ກໍ່າປັ່ນຈີນ ໜູນຊ່ວຍນຳອອກຈາກເຂດສູ້ຮົບ ພ້ອມກັບພົນລະເມືອງຂອງບັນດາປະເທດອື່ນຄື: ເອຣີໂອເປີຍ, ສິງກະໂປ, ອີຕາລີ, ເຢຍລະມັນ, ໂປໂລຍ… ຕາມກະຊວງປ້ອງກັນປະເທດປາກິດສຖານ ແລ້ວ, ປະຈຸບັນ ຍັງມີພົນລະເມືອງຂອງປະເທດນີ້ປະມານ 200 – 250 ຄົນຍັງຖືກຄ້າງໄວ້ຢູ່ Yemen ແລະ ລັດຖະບານພວມຊອກຫາວິທີເພື່ອນຳເຂົ້າເຈົ້າກັບເມືອປະເທດໃນ 2 ມື້ຈະມາເຖິງ.